ການ​ອອກ​ກຳ​ລັງ​ກາຍປົກ​ກະ​ຕິ​ຈະ​ເປັນ​ປະ​ໂຫຍດ​ຕໍ່​ສຸ​ຂະ​ພາບ​ຢ່າງຫຼວງຫຼາຍ
2018-01-27 15:29:36  cri 
​ຜົນ​ການ​ຄົ້ນ​ຄວ້າ​ໃໝ່ຂອງ​ນັກ​ວິ​ທະ​ຍາ​ສາດ​ຊູ​ແອັດ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ຄົນ​ຜູ້​ໜຶ່ງທີ່ນັ່ງ​ລ້າໆເປັນ​ເວ​ລາເຄິ່ງ​ຊົ່ວ​ໂມງໃນ​​​ທຸກມື້​ນັ້ນ​ ຫາກ​ຫັນ​ໄປ​ອອກ​ກຳ​ລັງ​ກາຍ​ແບບ​​ເບົາ ກໍ​ຈະ​ສາ​ມາດຫຼຸດ​ຄວາມ​ສ່ຽງ​ໃນ​ການ​ຕາຍ​ຍ້ອນ​ເປັນ​ພະ​ຍາດຫຼອດ​ເລືອດ​ຫົວ​ໃຈ.

ນັກ​ຄົ້ນ​ຄວ້າ​ຈາກ​ສະ​ຖາ​ບັນ​ຕ່າງໆຂອງ​ຊູ​ແອັ​ດ​ເຊັ່ນ​ສະ​ຖາ​ບັນຄາ​ໂຣ​ລິນ​ສ​ຄາ ​ໄດ້​ຕິດ​ຕາມ​ຄົ້ນ​ຄວ້າ​ສະ​ພາບ​ການ​ອອກ​ກຳ​ລັງ​ກາຍ​ຂອງ 1200 ຄົນ​ແລະ​ຄົ້ນ​ຄວ້າ​ອັດ​ຕາ​ການ​ຕາຍ​ຂອງ​ຄົນ​ເຫຼົ່າ​ນີ້ຫຼັງ​ 15 ປີ ເຊິ່ງ​ຜົນ​ການ​ຄົ້ນ​ຄວ້າ​ສະ​ແດງ​ໃຫ້​ເຫັນ​ວ່າ: ແຕ່​ລະ​ມື້, ​ປ່ຽນ​​ຈາກ​ການນັ່ງ​​ລ້າໆ​ເປັນ​ເວ​ລາເຄິ່ງ​ຊົ່ວ​ໂມງ ​ມາ​ເປັນ​ການ​ອອກ​ກຳ​ລັງ​ກາຍ​ປະ​ຈຳ​ວັນ​ເຊັ່ນ​ການ​ຢືນ,ຍ່າງ​ເລາະຫຼື​ເຮັດ​ວຽກ​ບ້ານ​ການ​ເຮືອນ​ເຫຼົ່າ​ນີ້​ເປັນ​ຕົ້ນ ກໍ​ຈະ​ສາ​ມາດຫຼຸດ​ຄວາມ​ສ່ຽງ​ໃນ​ການ​ຕາຍ​ຍ້ອນ​​ເປັນພະ​ຍາດ​ຫຼອດ​ເລືອດ​ຫົວ​ໃຈ​ເຖິງ 24%.

ຜົນ​ການ​ຄົ້ນ​ຄວ້າ​ຍັງ​ສະ​ແດງ​ໃຫ້​ເຫັນ​ວ່າ: ​ການ​ທີ່​ປ່ຽນຈາກ​ການ​ນັ່ງ​​ລ້າໆຫັນ​ໄປ​​ອອກ​ກຳ​ລັງ​ກາຍ​ໃນ​ລະ​ດັບ​ປານ​ກາງ​ເຊັ່ນ​ຍ່າງ​ໄວຫຼື​ລະ​ດັບ​​ຮຸນ​ແຮງນັ້ນ ຈະ​ໄດ້​ຮັບ​ຜົນຫຼາຍກວ່າ​ເກົ່າ​ໃນ​ການຫຼຸດ​ຄວາມ​ສ່ຽງ​ໃນ​ການ​ຕາຍ​ຍ້ອນ​​ເປັນພະ​ຍາດຫຼອດ​ເລືອດ​ຫົວ​ໃຈ. ສ່ວນການ​ອອກ​ກຳ​ລັງ​ກາຍ​ໃນ​ລະ​ດັບ​ປານ​ກາງ​ຫາ​ລະ​ດັບ​ຮຸນ​ແຮງ 10 ນາ​ທີ​ຕໍ່​ມື້​ກໍ​ຈະ​ສາ​ມາດຫຼຸດ​ຄວາມ​ສ່ຽງ​ໄດ້ 38%, ແລະ​ອອກ​ກຳ​ລັງ​ກາຍ​ແບບ​ນີ້ 30 ນາ​ທີ​ຕໍ່​ມື້​ຈະ​ສາ​ມາດຫຼຸດ​ຄວາມ​ສ່ຽງ​ໄດ້ 77%.

ຫົວ​ໜ້າ​ທີມ​ງານ​ຄົ້ນ​ຄວ້າ​ດັ່ງ​ກ່າວ​ຢືນ​ຢັນ​ວ່າ: ຜົນ​ການ​ຄົ້ນ​ຄວ້າ​ດັ່ງ​ກ່າວ​ເປັນ​ປະ​ໂຫຍດ​ຕໍ່​ຊາວ​ໜຸ່ມ​ແລະ​ຜູ້​ສູງ​ອາ​ຍຸ​ທີ່​ນັ່ງ​ລ້າໆ, ສະ​ນັ້ນ​ຈິ່ງ​ແນະ​ນຳ​ໃຫ້​ເຂົາ​ເຈົ້າ​ຄວນ​ເພີ່ມ​ເວ​ລາ​ອອກ​ກຳ​ລັງ​ກາຍ​ປົກ​ກະ​ຕິ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ