ປື້ມ "ຄຳເຫັນຂອງທ່ານສີຈິ້ນຜິງ ກ່ຽວກັບການປົກຄອງປະເທດແລະການຄຸ້ມຄອງລັດ"ເຫຼັ້ມທຳອິດພິມຈຳໜ່າຍອີກຄັ້ງໃໝ່
2018-01-28 17:08:51  cri 

ຫວ່າງມໍ່ໆນີ້, ປື້ມ "ຄຳເຫັນຂອງທ່ານສີຈິ້ນຜິງ ກ່ຽວກັບການປົກຄອງປະເທດແລະການຄຸ້ມຄອງລັດ"ທີ່ຈຳໜ່າຍໃນເດືອນກັນຍາປີ 2014 ໄດ້ປັບປຸງຊື່ເປັນ"ຄຳເຫັນຂອງທ່ານສີຈິ້ນຜິງ ກ່ຽວກັບການປົກຄອງປະເທດແລະການຄຸ້ມຄອງລັດ"ເຫຼັ້ມທຳອິດ ແລະ ໄດ້ພິມຈຳໜ່າຍຕໍ່ພາຍໃນແລະຕ່າງປະເທດອີກຄັ້ງໃໝ່ໂດຍສຳໜັກງານພິມຈຳໜ່າຍພາຈີນຕ່າງປະເທດຈີນ.

ປື້ມ "ຄຳເຫັນຂອງທ່ານສີຈິ້ນຜິງ ກ່ຽວກັບການປົກຄອງປະເທດແລະການຄຸ້ມຄອງລັດ"ເຫຼັ້ມທຳອິດໄດ້ບັນທຶກບົດສຳຄັນຕ່າງໆຂອງທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນໃນໄລຍະຫຼັງກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນຮອດວັນທີ 16 ມິຖຸນາປີ 2014, ເຊິ່ງລວມມີບົດປາໄສ, ຄຳໂອວາດ, ບົດສຸນທອນພົດ, ບົດຕອບຄຳຖາມ, ບົດຄຳຊີນຳ, ບົດອວຍພອນແລະອື່ນໆ ທັງໝົດ 79 ບົດ, 18 ຫົວຂໍ້. ມາຮອດປັດຈຸບັນ, ປື້ມເຫຼັ້ມນີ້ໄດ້ພິມຈຳໜ່າຍດ້ວຍ 24 ພາສາ ແລະ 27 ສະບັບ ເຊັ່ນ ພາສາຈີນ, ພາສາອັງກິດ, ພາສາຝຣັ່ງ, ພາສາຣັດເຊຍ, ພາສາອາຣັບ, ພາສາແອສປາຍ, ພາສາປອກຕຸຍກັນ, ພາສາເຢຍລະມັນ, ພາສາຢີ່ປຸ່ນ ແລະອື່ນໆ ເຊິ່ງເປັນເອກະສານສຳຄັນທີ່ສາມາດຊ່ວຍເຫຼືອປະຊາຄົມໂລກເຂົ້າໃຈຈີນແລະພັກກອມມູນິຈີນໃນຍຸກປັດຈຸບັນ.

ຫຼັງສຳເລັດກອງປະຊຸມໃຫຍ່ຄັ້ງທີ 19 ຂອງພັກກອມມູນິດຈີນ, ເພື່ອຊ່ວຍເຫຼືອຜູ້ອ່ານພາຍໃນແລະຕ່າງປະເທດເຂົ້າໃຈແລະຮຽນຮູ້ທາດແທດຈິດໃຈແລະເນື້ອໃນທີ່ອຸດົມສົມບູນຂອງແນວຄິດສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ຂອງທ່ານສີຈິ້ນຜີງ, ປື້ມ "ຄຳເຫັນຂອງທ່ານສີຈິ້ນຜິງ ກ່ຽວກັບການປົກຄອງປະເທດແລະການຄຸ້ມຄອງລັດ"ເຫຼັ້ມທີ່ສອງໄດ້ພິມຈຳໜ່າຍໃນເດືອນພະຈິກປີ 2017. ພ້ອມກັນນັ້ນ, ເຫຼັ້ມທຳອິດກໍໄດ້ພິມຈຳໜ່າຍອີກຄັ້ງໃໝ່ຕາມຄວາມຮຽກຮ້ອງຕ້ອງການຂອງຜູ້ອ່ານທັງຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ