ໂຄງການແຂ່ງຂັນນະວັດຕະກຳຊາວໜຸ່ມກ່ຽວກັບການພັດທະນາແລະການປົກຄອງແຫ່ງພາກພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຄັ້ງທີ 3 ຈັດຂຶ້ນຢູ່ມະຫາວິທະຍາໄລແຫ່ງຊາດລາວ
2018-01-28 16:13:06  cri 

ວັນທີ 27 ມັງກອນນີ້, ໂຄງການແຂ່ງຂັນນະວັດຕະກຳຊາວໜຸ່ມກ່ຽວກັບການພັດທະນາ ແລະການປົກຄອງແຫ່ງພາກ
ພື້ນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຄັ້ງທີ 3 ເລີ່ມຈັດຂຶ້ນຢູ່ມະຫາວິທະ ຍາໄລແຫ່ງຊາດລາວ. 20 ທິມຈາກມະຫາວິທະຍາ
ໄລ 9 ແຫ່ງຂອງ 6 ປະເທດໃນອະນຸພາກພື້ນ ນີ້ໄດ້ເຂົ້າຮ່ວມການແຂ່ງຂັນເທື່ອນີ້. ການແຂ່ງຂັນເທື່ອນີ້ແມ່ນຈັດຂຶ້ນຢູ່
ມະຫາວິທະຍາໄລ ຕ່າງປະເທດເປັນຄັ້ງທຳອິດ, ເຊິ່ງກໍ່ໄດ້ເປີດສາກໃຫ້ແກ່ກົນໄກ 6 ປະເທດປ່ຽນກັນຈັດການແຂ່ງຂັນ.

ໃນພິທີເປີດງານ, ທ່ານບົວລານ ສີລິປັນຍາ, ຮອງລັດຖະມົນຕີກະຊວງສຶກສາທິການແລະ ກິລາຂອງລາວກ່າວວ່າ,
ໂຄງການແຂ່ງຂັນ ນະວັດຕະກຳຊາວໜຸ່ມກ່ຽວກັບການພັດທະນາແລະ ການປົກຄອງແຫ່ງພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງມີຈຸດປະສົງເພື່ອສະໜັບສະໜູນໃຫ້ຊາວໜຸ່ມຖອດຖອນຄວາມຮູ້ເຊິ່ງກັນແລະກັນປະດິດສ້າງໃໝ່ແລະແກ້ໄຂ
ບັນຫາຮ່ວມກັນ, ເພື່ອປະ ກອບສ່ວນເຂົ້າໃນການປົກຄອງແລະພັດທະນາພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.ພ້ອມ
ກັນນັ້ນ, ໂຄງການແຂ່ງຂັນນີ້ກໍ່ໄດ້ກາຍເປັນກົນໄກສຳຄັນໃນການຊຸກຍູ້ການແລກປ່ຽນແລະການ ຮ່ວມມືລະຫວ່າງບັນ
ດາປະເທດແລະຍົກສູງຄຸນນະພາບການສຶກສາຊັ້ນສູງໃນອະນຸພາກພື້ນ, ເຊິ່ງໄດ້ອຳນວຍໂອກາດທີ່ດີໃຫ້ແກ່ອາຈານ
ແລະນັກສຶກສາຂອງມະຫາວິທະຍາໄລຕ່າງໆເພື່ອຖອດຖອນເອົາບົດຮຽນເຊິ່ງກັນແລະກັນ ພ້ອມທັງ ສະແດງຜົນການ
ຄົ້ນຄວ້າຂອງຕົນ.

ທ່ານຈ້າວເຊິງກ່າງ ທີ່ປຶກສາການເມືອງສະຖານທູດຈີນປະຈຳລາວໄດ້ປະກອບຄຳເຫັນ ໂດຍກ່າວວ່າ: ຊາວໜຸ່ມມີບົດ
ບາດນຳໜ້າໃນການແລກປ່ຽນວັດທະນະທຳສາກົນ. ຫວັງວ່າ, ຊາວໜຸ່ມ 6 ປະເທດຈະກຳໂອກາດແຫ່ງການແຂ່ງຂັນ
ເທື່ອນີ້ໃຫ້ດີ, ເພີ່ມທະວີການແລກປ່ຽນ ແລະການຖອດຖອນກັນ, ເດີນຕາມເສັ້ນທາງແຫ່ງການປະດິດສ້າງໃໝ່ຮ່ວມ
ກັນ, ກາຍເປັນ ໝູ່ເພື່ອນທີ່ດີທີ່ເຂົ້າໃຈກັນຮູ້ໃຈກັນ, ຮ່ວມກັນສ້າງການພົວພັນໝູ່ຄູ່ໃນພາກພື້ນແມ່ນໍ້າລ້ານຊ້າງ -ແມ່
ນໍ້າຂອງທີ່ສະເໝີພາບ, ຈິງໃຈຕໍ່ກັນແລະສະໜິດສະໜົມເປັນຄອບຄົວດຽວກັນ. ເພີ່ມພະລັງ ແຮງຂອງປະເທດຕ່າງໆ
ເຂົ້າໃນການຊຸກຍູ້ການພົວພັນລະຫວ່າງ 6 ປະເທດໃນອະນຸພາກພື້ນ ພັດທະນາຢ່າງປອດໃສ ແລະຫມັ້ນທ່ຽງເປັນ
ເວລາຍາວນານ.

ຫົວຂໍ້ຂອງການແຂ່ງຂັນເທື່ອນີ້ຄື "ການພັດທະນາຂະແໜງການສີຂຽວເຊິ່ງລວມທັງການ ທ່ອງທ່ຽວ", ຜົນງານທີ່
ເຂົ້າຮວ່ມການແຂ່ງຂັນຄັ້ງນີ້ລວມມີແຜນການຮ່ວມມືການທ່ອງທ່ຽວ, ກະສິກຳສີຂຽວ, ການທ່ອງທ່ຽວລະບົບຊີວະພາບ,
ໂຮງແຮມແບບອະນຸລັກສິ່ງແວດລ້ອມ. ຮອບ ທຳອິດ, ຈະເລືອກ "ທິມງານທີ່ມີຫົວຄິດປະດິດສ້າງ" ແລະ "ແຜນການ
ທີ່ມີມຸນຄ່າທີ່ສຸດ" ອອກ. ໃນຮອບຊິງຊະນະເລີດ ຈະປະກອບເປັນທິມປະສົມຂ້າມຊາດເພື່ອແຂ່ງຂັນກັນ ສຸດທ້າຍຈະ
ເລືອກ "ທິມປະສົມຂ້າມຂາດດີເດັ່ນ"  ແລະ "ແຜນການທີ່ເປັນຕາລົງທຶນ".

ແຜນຂອງມະຫາວິທະຍາໄລແຫ່ງຊາດລາວແມ່ນ "ການທ່ອງທ່ຽງຊຸມຊົນຢູ່ບໍລິຄຳໄຊ", ເຊິ່ງສະເໜີໃຫ້ຄອບຄົວປະຊາ
ຊົນທ້ອງຖິ່ນເປັນຝ່າຍຮັບແຂກທ່ອງທ່ຽວ, ໃຫ້ນັກທ່ອງທ່ຽວກິນ ຢູ່ກັບປະຊາຊົນທ້ອງຖິ່ນ, ສຳຜັດກັບວັດທະນະທຳຂອງ
ລາວໂດຍຜ່ານການຮຽນການຕຳໝາກ ຫຸ່ງ, ປູກຕົ້ນຈຳປາແລະອື່ນໆ, ເພື່ອເພີ່ມລາຍຮັບໃຫ້ປະຊາຊົນທ້ອງຖິ່ນ, ພ້ອມ
ທັງຫຼຸດການ ທຳລາຍສິ່ງແວດລ້ອມຈາກຂະແໜງການການທ່ອງທ່ຽວໃຫ້ໜ້ອຍລົງ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ