ຈີນ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ລະ​ບົບ​ເຕັກ​ນິກ​ໂນ​ໂລ​ຊີຫຼອມ​ລວມ​ນິວ​ເຄ​ລຍໄປ​ເອີ​ຣົບ
2018-01-29 17:05:46  cri 
    ໜັງ​ສື​ພິມ "​ເສດ​ຖະ​ກິດ​ລາຍ​ວັນ​" ຂອງ​ຈີນລາຍ​ງານ​ວ່າ: ຈີນ​ໄດ້​ສຳ​ເລັດ​ການ​ຜະ​ລິດ​ອຸ​ປະ​ກອນ​ຄວາມ​ກົດ​ດັນ​ນິວ​ເຄ​ລຍ​ໃນ​ໂຄງ​ການ "ຕາ​ເວັນ​ທຽມ" ສາ​ກົນ​ທີ່​​ຊະ​ນະ​ການ​ປະ​ມູນ​ຂາຍ​ຢ່າງ​ເປີດ​ເຜີຍ​ເປັນ​ຄັ້ງ​ທຳ​ອິດ. ຖັງ​ໃຫ້​ຄວາມ​ເຢັນ​ດ້ວຍ​ອາຍ​ຮ້ອນ​ທີ່​ເຮັດ​ດ້ວຍ​ເຫຼັກ​ກ້າ​ບໍ່​ເຂົ້າ​ໝ້ຽງ 4 ເຄື່ອງ​ທີ່​ໃຊ້​ໃນໂຄງ​ການ​ລະ​ບົບ​ເຕັກ​ນິກ​ໂນ​ໂລ​ຊີຫຼອມ​ລວມ​ນິວ​ເຄ​ລຍ​ສາ​ກົນ​ທີ່​ນຳ​ໂດຍ​ບໍ​ລິ​ສັດ​ວິ​ສາ​ວະ​ກຳ​ນິວ​ເຄ​ລຍ​ຈີ​ນ​ຈຳ​ກັດ ແລະ​ຮ່ວມ​ກັບບໍ​ລິ​ສັດ​ຫຸ້ນ​ສ່ວນ​ວິ​ທະ​ຍາ​ສາດ​ເຕັກ​ນິກ​ທ່ຽນ​ໂວ້​ຊູ່​ໂຈ່ວ​ຈຳ​ກັດໄດ້ຮ່ວມ​ກັນ​ຄົ້ນ​ຄວ້າ​ຜະ​ລິດ​ໂດຍ​ໃຊ້​ມາດ​ຕະ​ຖານ​ລະ​ດັບ 2 ນິວ​ເຄ​ລຍ​ສາ​ກົນ​ນັ້ນ ໄດ້​ສົ່ງ​ໄປ​ປະ​ເທດ​ຝ​ຣັ່ງ​ໃນ​ວັນ​ທີ 28 ມັງ​ກອນນີ້. ນີ້​ແມ່ນ​​ຜະ​ລິດ​ຕະ​ພັນ​ລະ​ບົບ​ເຕັກ​ນິກ​ໂນ​ໂລ​ຊີຫຼອມ​ລວມ​ນິວ​ເຄ​ລຍ​ທີ່​ວິ​ສາ​ຫະ​ກິດ​ຈີນ​ຄົ້ນ​ຄວ້າ​ຜະ​ລິດ​ຢ່າງ​ສຳ​ເລັດ​ຜົນ​ເປັນ​ຄັ້ງ​ທຳ​ອິດ.

    ຕາມ​ຂ່າວ​ແຈ້ງວ່າ, ໂຄງ​ການ "ຕາ​ເວັນ​ທຽມ" ຫຼື ITER ລົງ​ທຶນ​ທັງ​ໝົດ 15 ຕື້​ເອີ​ໂຣ, ແລະຈະໃຊ້​ເວ​ລາ​ສ້າງຫຼາຍກວ່າ 10 ປີ ໂດຍ​ຈະ​ບັນ​ລຸ​ການ​ປະ​ຕິ​ກອນລະ​ບົບ​ເຕັກ​ນິກ​ໂນ​ໂລ​ຊີຫຼອມ​ລວມ​ນິວ​ເຄ​ລຍ​ຢ່າງ​ຂະ​ໜາດ​ໃຫຍ່​ທີ່​ຖືກ​ຄວບ​ຄຸມໄວ້​ໄດ້ ໂດຍ​ເອີ້ນ​ວ່າ "ຕາ​ເວັນ​ທຽມ", ແມ່ນ​ໜຶ່ງ​ໃນ​ໂຄງ​ການ​ຮ່ວມ​ມື​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ສາ​ກົນ​ທີ່​ມີ​ຂະ​ໜາດ​ໃຫຍ່ກວ່າ​ໝູ່​ແລະ​ມີ​ຜົນ​ສະ​ທ້ອນ​ເລິກ​ເຊິ່ງກວ່າ​ໝູ່​ໃນ​ໂລກ​ປັດ​ຈຸ​ບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ