ເດີ່ນ​ບ້ານ​ໃນ​ຂຸມເມືອງສານ​ໂຈ່ວ​ແຂວງ​ເຫີ​ນານ​ຈັດ​ງານ​ສະ​ແດງ​ໂຄມ​ໄຟ​ເພື່ອ​ຕ້ອ​ນ​ຮັບ​ກຸດ​ຈີນ
2018-01-30 16:01:41  cri 

​ເມື່ອ​ມໍ່ໆ​ນີ້, ງານ​ສະ​ແດງ​ໂຄມ​ໄຟ​ວັດ​ທະ​ນະ​ທຳ​ໃນ​ຫົວ​ຂໍ້ ເດີ່ນ​ບ້ານ​ໃນ​ຂຸມ​ໃຕ້​ດິນ​ເມືອງ​ສານໂຈ່ວ​ນະ​ຄອນ​ຊານ​ເມິນ​ເຊຍ​ແຂວງ​ເຫີ​ນານ ສ​ປ ຈີນ​ໄດ້​ເລີ່ມ​ທົດ​ລອງ​ເປີດ​ໄຟ,ຕາມ​ແຜນ​ການ​ຈະ​ເປີດ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ຊົມ​ໃນ​ວັນ​ທີ 5 ກຸມ​ພາ​ໜ້າ​ນີ້​ເພື່ອ​ຕ້ອນ​ຮັບ​ບຸນ​ກຸດ​ຈີນ​ທີ່​ຈະ​ມາ​ເຖິງ. ເດີ່ນ​ບ້ານ​ໃນ​ຂຸມ​ໃຕ້​ດິນ​ເປັນ​ຮູບ​ເຮືອນ​ທີ່​ມີ​ເອ​ກະ​ລັກ​ພິ​ເສດຢູ່​ເຂດ​ພາກ​ຕາ​ເວັນ​ຕົກ​ຂອງ​ແຂວງ​ເຫີ​ນານ​ຄື ຂຸດ​​ຂຸມ​ຢູ່​ພື້ນ​ດິນ​ຮາບ​ພຽງ​ແລ້ວ​ເຈາະ​ເປັນ​ອຸ​ໂມງ​ກໍ່​ສ້າງ​ເປັນ​ເຮືອນ​ຢູ່​ໃນ4ດ້ານ​ ຂອງ​ຂຸມ ເຊິ່ງຖືກ​ເອີ້ນ​ກັນ​ວ່າ ເດີ່ນ​ບ້ານ​ທີ່​ມີ​ເຮືອນ​ຢູ່​ສີ່​ດ້ານ​ໃຕ້​ດິນ​ຂອງ​ພາກ​ເໜືອ​ຈີນ, ເປັນ​ການ​ຮັກ​ສາ​ວິ​ຖີ​​ການດຳ​ລົງ​ຊີ​ວິດ​ແບບ​ເຮືອນ​ຖ້ຳ​ຂອງ​ມະ​ນຸດ​ໃນ​ສະ​ໄໝ​ດຶກ​ດຳ​ບັນ. ປີ 2011, ເຕັກ​ນິກ​ກໍ່​ສ້າງ​ເດີ່ນ​ບ້ານ​ໃນ​ຂຸມ​ໄດ້​ຮັບ​ຮອງ​​ແລະ​ຖືກຈັດ​ເຂົ້​າ​ໃນ​ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ວັດ​ທະ​ນະ​ທຳທີ່​ບໍ່​ແມ່ນ​ວັດ​ຖຸ​ລະ​ດັບ​ຊາດ​ຊຸດ​ທີ 3 ຂອງ​ຈີນ.

1  2  3  4  5  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ