ບໍລິສັດ ອີທີແອລ ຈຳກັດ ກຽມພັດທະນາເຄືອຂ່າຍໃຫ້ໄດ້ມາດຕະຖານສາກົນ
2018-01-30 17:19:18  cri 


ພິທີເຊັນສັນຍາ ຈັດຊື້ ແລະ ກໍ່ສ້າງ ຕິດຕັ້ງໂຄງການພັດທະນາ ລະບົບເຄືອຂ່າຍ FTTH, ໂທລະສັບມືຖື 2G ແລະ 4G ຂອງບໍລິສັດ ອີທີແອລ ຈໍາກັດ ຫຼື EPC( Engineering, Procurement, Construction ) ລະຫວ່າງ ທ່ານ ວູ ຈ້ຽງເຊີງ, ຜູ້ອໍານວຍການໃຫຍ່ ບໍລິສັດ ອີທີແອລ ຈໍາກັດ ແລະ ທ່ານ ຈ່າງ ເຍ້ຈຸ່ນ ຜູ້ອໍານວຍການ ບໍລິສັດ ຄອມບາ ເທເລຄອມ ຊິສເຕັມ( ປະເທດຈີນ) ຈໍາກັດ ໄດ້ຈັດຂຶ້ນໃນຕອນແລງວັນທີ 29 ມັງກອນນີ້, ຢູ່ທີ່ສໍານັກງານໃຫຍ່ ບໍລິສັດ ອີທີແອລ ຈໍາກັດ ໂດຍການເປັນກຽດຂອງທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີກະຊວງ ໄປຊະນີ, ໂທລະຄົມມະນາຄົມ ແລະ ການສື່ສານ, ປະທານສະພາບໍລິຫານ ບໍລິສັດ ອີທີແອລ ຈໍາກັດ, ມີຄະນະສະພາລິຫານ ບໍລິສັດ ອີທີແອລ ຈໍາກັດ, ບັນດາຫົວໜ້າພະແນກ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງຝ່າຍລາວແລະຈີນ ເຂົ້າຮ່ວມເປັນສັກຂີພິຍານ.

 ທ່ານ ທ່ານ ວູ ຈ້ຽງເຊີງ, ຜູ້ອໍານວຍການໃຫຍ່ ບໍລິສັດ ອີທີແອລ ຈໍາກັດ ກ່າວວ່າ: ໂຄງການພັດທະນາ ອອກແບບ, ຈັດຊື້ ແລະ ກໍ່ສ້າງຕິດຕັ້ງ ລະບົບໂທລະຄົມ ໃຫ້ໄດ້ມາດຕະຖານສາກົນ ໄດ້ເປັນຂີດໝາຍສໍາຄັນໃນການພັດທະນາ ລະບົບເຄືອຂ່າຍ ແລະ ການບໍລິການດ້ານໂທລະຄົມຂອງບໍລິສັດ ອີທີແອລ ຈໍາກັດ, ໂຄງການດັ່ງກ່າວມີມູນຄ່າທັງໝົດ 110 ລ້ານ ໂດລາສະຫະລັດ. ພາຍຫຼັງໂຄງການນີ້ສໍາເລັດ ຈະເຮັດໃຫ້ລູກຄ້າກໍຄືສັງຄົມ ໄດ້ສໍາພັດກັບການບໍລິການໃໝ່ ຄຸນນະພາບທີ່ດີຕາມມາດຕະຖານສາກົນ ລວມທັງລະບົບສຽງ, Data ແລະ ໂທລະສັບມືຖື 4G ຂອງບໍລິສັດ ອີທີແອລ ຈໍາກັດ.   ທ່ານ ຈ່າງ ເຍ້ຈຸ່ນ ຜູ້ອໍານວຍການ ບໍລິສັດ ຄອມບາ ເທເລຄອມ ຊິສເຕັມ ( ປະເທດຈີນ) ຈໍາກັດ ກ່າວວ່າ: ບໍລິສັດຄອມບາ ເປັນບໍລິສັດນຳໜ້າດ້ານອຸປະກອນແລະເຕັກນິກດ້ານໂທລະຄົມໃນ ສປ ຈີນ, ໂດຍຈະສົ່ງວິຊາການສົມທົບກັບວິຊາການບໍລິສັດ ETL ຈໍາກັດ ເພື່ອພັດທະນາ ບໍລິສັດ ETL ໃຫ້ເປັນບໍລິສັດທີ່ນຳໜ້າ ແລະ ທັນສະໄໝທີ່ສຸດໃນ ສປປ ລາວ.

 

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ