ຍອດ​ມູນ​ຄ່າ​​ສົ່ງ​ອອກຜະ​ລິດ​ຕະ​ພັນ​ທີ່​ເຮັດ​ດ້ວຍ​ໄມ້​ຂອງ​ຫວຽດ​ນາມ​ອາດ​ຈະ​ຫຼາຍກວ່າ 10 ຕື້​ໂດ​ລາສະ​ຫະ​ລັດ​ໃນ​ປີ​ນີ້
2018-01-30 17:24:08  cri 
ໜັງ​ສື​ພິມ​ເສດ​ຖະ​ກິດ​ທາມ​ສ໌​ຫວຽດ​ນາມ​ລາຍ​ງານ​ໃນ​ວັນ​ທີ 29 ມັງ​ກອນ​ນີ້​ວ່າ, ປີ​ 2017 ປະ​ເທດ​ຕົນ​ໄດ້​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ທີ່​ເຮັດ​ດ້ວຍ​​ໄມ້ມີ​ມູນ​ຄ່າ​ເຖິງ 8 ຕື້ 670 ລ້ານ​ໂດ​ລາ​ສະ​ຫະ​ລັດ, ໄດ້​ບັນ​ລຸ​ເປົ້າ​ໝາຍ​ສົ່ງ​ອອກ​ກ່ອນ​ເວ​ລາກຳ​ນົດ 3 ປີ.

ຄາດ​ວ່າ​ຍອດ​ມູນ​ຄ່າ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ທີ່​ເຮັດ​ດ້ວຍ​​ໄມ້​ໃນ​ປີ​ນີ້​ຈະ​ບັນ​ລຸ​ເຖິງ 10 ຕື້ 200 ລ້ານ​ໂດ​ລາ​ສະ​ຫະ​ລັດ, ຫຼາຍກວ່າ 10 ຕື້​ໂດ​ລາ​​ສະ​ຫະ​ລັດເປັນ​ຄັ້ງ​ທຳ​ອິດ. ປັດ​ຈຸ​ບັນ​​ວັດ​ຖຸ​ດິບ​ຂອງຜະ​ລິດ​ຕະ​ພັນ​ທີ່​ເຮັດ​ດ້ວຍ​ໄມ້​ຂອງ​ຫວຽດ​ນາມ​​ສ່ວນ​ຫຼາຍ​ອາ​ໄສ​ການ​ນຳ​ເຂົ້າ, ໄມ້​ທີ່​ນຳ​ເຂົ້າ​ໄດ້​ກວມ 69%. ຜະ​ລິດ​ຕະ​ພັນ​ທີ່​ເຮັດ​ດ້ວຍ​ໄມ້​ຂອງ​ຫວຽດ​ນາມ​ໄດ້​ຂາຍໃຫ້ 180 ປະ​ເທດ​ແລະ​ເຂດ​ແຄວ້ນ, ກວມ 6% ໃນ​ຕະ​ຫຼາດ​​ທົ່ວ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ