ອາ​ຊຽນ​ເອົາ​ໃຈ​ໃສ່​ສູງ​ຕໍ່​ບົດ​ບາດ​ສຳ​ຄັນ​ຂອງ​ຈີນ​ໃນ​ພາກ​ພື້ນ​ຕົນ
2018-01-30 10:30:23  cri 
ວັນ​ທີ 29 ມັງ​ກອນ​ນີ້, ຢູ່​ນະ​ຄອນຫຼວງ​ຈາ​ກາ​ຕາ​ຂອງ​ອິນ​ໂດ​ເນ​ເຊຍ, ທ່ານລິມຈົກ​ໂຮຍ ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ກ່າວ​ວ່າ, ອາ​ຊຽນ​ເອົາ​ໃຈ​ໃສ່​ສູງ​ຕໍ່​ຈີນ​ທີ່​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຊຸກ​ຍູ້​ການ​ພັດ​ທະ​ນາ​ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຢູ່​ພາກ​ພື້ນ​ຕົນ.

ທ່ານ​ລິມ​ຈົກ​ໂຮຍ ກ່າວ​ໃນ​ເວ​ລາ​ຮັບ​ເອົາ​ສານ​ຕາ​ຕັ້ງ​​ຈາກທ່ານ​ຮ​ວງ​ຊີ​ລຽນ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​​ຄົນ​ໃໝ່​ວ່າ, ຈີນ​ແມ່ນ​ໜຶ່ງ​ໃນ​ຄູ່​ເຈ​ລະ​ຈາ​ທີ່​ສຳ​ຄັນ​ທີ່​ສຸດ​ຂອງ​ອາ​ຊຽນ ແລະ ກໍ​ແມ່ນ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ອາ​ຊຽນ. ອາ​ຊຽນ​ຍິນ​ດີ​ພະ​ຍາ​ຍາມ​ຮ່ວມ​ກັບ​ຈີນ, ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ຢ່າງ​ບໍ່​ຢຸດ​ຢັ້ງ, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ດ້ານ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ, ລົງ​ເລິ​ກການ​ຮ່ວມ​ມື​ໃນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ ແລະ ຂົງ​ເຂດ​ອື່ນໆ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຍຸດ​ທະ​ສາດ​ອາ​ຊຽນ-ຈີນ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໃສ, ປະ​ກອບ​ສ່ວນຫຼາຍກວ່າ​ເກົ່າ​ ເພື່ອ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ​ສະ​ຖຽນ​ລະ​ພາບ ແລະ ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ພາກ​ພື້ນ​ນີ້.

ທ່ານ​ຮວງ​ຊີ​ລຽນ​ກ່າວ​ວ່າ, ການ​ພົວ​ພັນ​ຈີນ-ອາ​ຊຽນ​ມີ​ທ່ວ​ງ​ທ່າ​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ ແລະ ມີ​ອະ​ນາ​ຄົດ​ກວ້າງ​ຂວາງ. ຈີນ​ຈະສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ສ້າງ​ສາ​ປະ​ຊາ​ຄົມ​ອາ​ຊຽນ, ສະ​ໜັບ​ສະ​ໜູນ​ຖາ​ນະ​ໃຈ​ກາງ​ຂອງ​ອາ​ຊຽນ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ ແລະ ສະ​ໜັບ​ສະ​ໜູນ​ອາ​ຊຽນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ຫຼາຍກວ່າ​ເກົ່າ​ໃນ​ວຽກ​ງານ​ພາ​ກ​ພື້ນ ກໍ​ຄື ວຽກ​ງານ​ສາ​ກົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ