ກອງ​ປະ​ຊຸມ​ເທື່ອ​ທີ 32 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ໄດ້​ມີ​ການ​ອະ​ທິ​ບາຍ​ຕໍ່​ຂໍ້​ສະ​ເໜີ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ
2018-01-30 14:19:28  cri 
ກອງ​ປະ​ຊຸມ​ເທື່ອ​ທີ 32 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 12 ໄດ້ຈັດ​ຂຶ້ນ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ຕອນ​ເຊົ້າ​ວັນ​ທີ 29 ມັງ​ກອນ​ນີ້, ໂດຍ​ການ​ເປັນ​ປະ​ທານ​ຂອງທ່ານ​ຈ່າງ​ເຕີ​ຈ່ຽງ ປະ​ທານ​ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ເປັນ​. ໃນ​ກອງ​ປະ​ຊຸມ, ທ່ານ​ລີ້​ຈ້ານ​ຊູ ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ຮອງ​ຫົວ​ໜ້າ​ໜ່ວຍ​ງານ​ດັດ​ແກ້​ລັດ​ຖະ​ທຳ​ມະ​ນູນ​ໄດ້​ອະ​ທິ​ບາຍ​ຕໍ່​ຂໍ້​ສະ​ເໜີ​ຂອງ​ສູນ​ກາງ​ພັກ​ກ່ຽວ​ກັບ​ການ​ດັດ​ແກ້​ເນື້ອ​ໃນ​ສ່ວນ​ໜຶ່ງ​ຂອງ​ລັດ​ຖະ​ທຳ​ມະ​ນູນ.

ທ່ານ​ລີ້​ຈ້ານ​ຊູ​ກ່າວ​ວ່າ, ລັດ​ຖະ​ທຳ​ມະ​ນູນ​ແມ່ນ​ກົດ​ໝາຍຫຼັກ​ຂອງ​ປະ​ເທດ, ເປັນ​ພື້ນ​ຖານ​ໃນ​ການ​ປົກ​ຄອງ​ປະ​ເທດ ແລະ ລວມ​ສູນ​ສ່ອງ​ແສງ​ເຖິງ​ຈິດ​ໃຈ​ຂອງ​ພັກ ແລະ ປະ​ຊາ​ຊົນ. ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ປັດ​ຈຸ​ບັນ​ຂອງ​ຈີນ​​ໄດ້ຜ່ານ​ການ​ຮັບ​ຮອງ​ ແລະ ປະ​ກາດ​ໃຊ້ໃນ​ກອງ​ປະ​ຊຸມ​ເທື່ອ​ທີ 5 ຂອງ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ສະ​ໄໝ​ທີ 5 ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 4 ທັນ​ວາ​ປີ 1982 ​ໂດຍ​ອີງ​ຕາ​ມ​ແນວ​ທາງ, ທິດ​ທາງ-ນະ​ໂຍ​ບາຍ​ທີ່​ກຳ​ນົດ​ໄວ້​ໃນ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ເທື່ອ​ທີ 3 ສະ​ໄໝ​ທີ່ 11 ຂອງ​ພັກ. ພຶດ​ຕິ​ກຳ​ຕະຫຼອດ 30 ກວ່າ​ປີ​​ຜ່ານ​ມາສະ​ແດງ​ໃຫ້​ເຫັນ​ວ່າ, ລັດ​ຖະ​ທຳ​ມະ​ນູນ​ຈີນ​ແມ່ນ​ສອດ​ຄ່ອງ​ກັບ​ສະ​ພາບ​ຄວາມ​ເປັນ​ຈິງ​ຂອງ​ປະ​ເທດ ແລະ ຄວາ​ມ​ຮຽກ​ຮ້ອງ​ຕ້ອງ​ການ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ຍຸກ​ສະ​ໄໝ, ພວກ​ເຮົາ​ຕ້ອງ​ຍຶດ​ໝັ້ນ ແລະ ຈັດ​ຕັ້ງປະ​ຕິ​ບັດເປັນ​ໄລ​ຍະ​ຍາວ​ນານ.

ທ່​ານ​ລີ້​ຈ້ານ​ຊູ​ກ່າວ​ຕື່ມ​ວ່າ, ລັດ​ຖະ​ທຳ​ມະ​ນູນ​ຕ້ອງ​ພັດ​ທະ​ນາ​ໄປ​ຕາມ​ສະ​ຖາ​ນະ​ການ​ໃໝ່​ເລື້ອຍໆ, ຮັບ​ເອົາ​ປະ​ສົບ​ການ​ໃໝ່, ຢືນ​ຢັນ​ຕໍ່​ຜົນ​ສຳ​ເລັດ​ໃໝ່ ແລະ ມີ​ການ​ກຳ​ນົດ​ໃໝ່, ຈິ່ງ​ຈະ​ມີ​ພະ​ລັງ​ຊີ​ວິດ​ຢ່າງ​ຖາ​ວອນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ