ຈີນ​ກາຍ​ເປັນ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ 2 ຂອງ​ຟິ​ລິບ​ປິນ
2018-01-30 16:19:39  cri 
    ກະ​ຊວງ​ທ່ອງ​ທ່ຽວ​ຟິ​ລິບ​ປິນ​ເປີດ​ເຜີຍ​ຂໍ້​ມູນ​ໃນ​ວັນ​ທີ 29 ມັງ​ກອນນີ້​ວ່າ, ປີ 2017 ຜ່ານ​ມາ, ຈີນ​ໄດ້​ກາຍ​ເປັນ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ 2 ຂອງ​ປະ​ເທດ​ຕົນ ໂດຍ​ມີ 9 ແສນ 6 ໝື່ນ 8 ພັນ​ເທື່ອ​ຄົນ​ມາ​ທ່ຽວ.

    ກະ​ຊວງ​ທ່ອງ​ທ່ຽວ​ຟິ​ລິບ​ປິນ ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​ໃນ​ມື້​ດຽວ​ກັນ​ວ່າ, ໃນ​ປີ 2017 ຜ່ານ​ມາ, ໄດ້​ມີ​ນັກ​ທ່ອງ​ທ່ຽວ​ຈີນປະ​ມານ 9 ແສນ 6 ໝື່ນ 8 ພັນ​ເທື່ອ​ຄົນມາ​ທ່ຽວ​ປະ​ເທດ​ຕົນ ເພີ່ມ​ຂຶ້ນ 43,3% ເມື່ອ​ທຽບ​ໃສ່​ປີ 2016 ແລະ​ໄດ້​ເຮັດ​ໃຫ້​ຈີນ​ລື່ນ​ກາຍ​ອາ​ເມ​ລິ​ກາ ແລ້ວກາຍເປັນ​ແຫຼ່ງ​ນັກ​ທ່ອງ​ທ່ຽວ​ໃຫຍ່​ອັນ​ດັບ 2 ຂອງ​ປະ​ເທດ​ຕົນ. ຄຽງ​ຄູ່​ກັບ​ບໍ​ລິ​ສັດ​ການ​ບິນ​ສອງ​ປະ​ເທດ​ຟິ​ລິບ​ປິນ​ແລະ​ຈີນ​ເປີດ​ຖ້ຽວ​ບິນ​ໂດຍ​ກົງຫຼາຍກວ່າ​ເກົ່າ​ໃນ​ປີນີ້ ​ແລະ​ຄາດ​ວ່າ ຈະ​ມີ​ນັກ​ທ່ອງ​ທ່ຽວ​ຈີນ​ໄປ​ທ່ຽວ​ຟິ​ລິບ​ປິນຫຼາຍຂຶ້ນກວ່າ​ເກົ່າ.

    ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ຈີນ, ລັດ​ຖະ​ບານ​ຟິ​ລິບ​ປິນ​ໄດ້​ວາງ​ນະ​ໂຍ​ບາຍ​ກ່ຽວ​ກັບ​ວີ​ຊາ​ກັບ​ດ່ານ​ຕໍ່​ຄະ​ນະ​ທ່ອ​ງ​ທ່ຽວ, ນັກ​ທຸ​ລະ​ກິດ ແລະ​ຜູ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ​ຈີນ​ໃນ​ເດືອນ​ສິງ​ຫາ​ປີ 2017 ຜ່ານ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ