ຄັງ​ປັນ​ຍາ​ຟີ​ລິບ​ປີນ​ກ່າວ​ວ່າ: ​ການ​ຄົ້ນ​ຄວ້າຂະ​ແໜງ​ການ​ກະ​ສິ​ກຳ​ຕ້ອງ​ການ​ລົງ​ທຶນ​ໂດຍ​ດ່ວນ
2018-01-31 16:54:14  cri 
ໜັງ​ສື​ພິມ Business Mirror ຟີ​ລິບ​ປີນ​ລາຍ​ງານ​ວ່າ: ​ທ່ານ​ວິນ​ລຽມ ດາ, ​ຜູ້​ຮັບ​ຜິດ​ຊອບ​ຄັງ​ປັນ​ຍາ​ທັງ​ເປັນອະ​ດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ​ຟີ​ລິບ​ປີນ​ພິມ​ໄດ້​ຂຽນ​ບົດ​ຄວາມ​ລົງ​ໜັງ​ສື​ພິມ, ເຕືອນ​ໃຫ້​ລັດ​ຖະ​ບານ​ເພີ່ມ​ການ​ສະ​ໜັບ​ສະ​ໜູນ​ເງິນ​ທຶນ​ເພື່ອ​ການ​ພັດ​ທະ​ນາ​ຄົ້ນ​ຄວ້າ​ກະ​ສິ​ກຳ, ​ຍົກ​ສູງ​ປະ​ສິ​ດ​ທິ​ພາບ​ການ​ຜະ​ລິດ​ດ້ານ​ກະ​ສິ​ກຳ, ແລະ​ຮັບ​ມື​ກັບ​ແຮງ​ກົດ​ດັນ​ດ້ານ​ຄວາມ​ຕ້ອງ​ການ​ຕໍ່​ທັນ​ຍາ​ຫານ​ຍ້ອນ​ປະ​ຊາ​ກອນ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ​ແຈ້ງວ່າ, ມາ​ຮອດ​ປັດ​ຈຸ​ບັນ, ໃນ​ປະ​ຊາ​ກອນ​ແຕ່​ລະ​ລ້ານ​ຄົນມີ​ພະ​ນັກ​ງານ​ວິ​ທະ​ຍາ​ສາດ​ເຕັກ​ນິກແລະ​ຄົ້ນ​ຄວ້າ​ພຽງ​ແຕ່ 189 ຄົນ​ເທົ່າ​ນັ້ນ, ຕ່ຳ​ກວ່າ 380 ຄົນ​​ຕາມ​ມາດ​ຕະ​ຖານ​ຂອງ​ອົງ​ການ​ຢູ​ເນັ​ສ​ໂກ, ຢູ່​ປະ​ເທດ​ໄທ​ຕົວ​ເລກ​ດັ່ງ​ກ່າວ​ 974 ຄົນ, ມາ​ເລ​ເຊຍ​ 2100 ຄົນ, ສ່ວນ​ສິງ​ກະ​ໂປ​ມີ​ເຖິງ 6700 ຄົນ.

ຂ່າວ​ແຈ້ງຕື່ມວ່າ, ຮອດ​ປີ 2045 ປະ​ຊາ​ກອນ​ຟີ​ລິບ​ປີນ​ຈະ​ເພີ່ມ​ຂຶ້ນ 40 ລ້ານ​ຄົນ, ບັນ​ຫາ​ທັນ​ຍາ​ຫານ​ແລະ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຈະ​​ເປັນ​ບັນ​ຫາ​ສຳ​ຄັນ​ທີ່​ລັດ​ຖະ​ບານ​ຕ້ອງ​ຜະ​ເຊີນ​. ທ່ານ​ວິນ​ລຽມ ດາ​ ສະ​ເໜີ​ວ່າ​ລັດ​ຖະ​ບານ​ຊຸດ​ປັດ​ຈຸ​ບັນ​ຄວນ​ເອົາ​ໃຈ​ໃສ່​ການ​ລົງ​ທຶນ​ດ້ານ​ກະ​ສິ​ກຳ​​ແລະໃນ​ຂະ​ນະ​ດຽວ​ກັນ​ຕ້ອງ​ທຸ້ມ​ເທ​ໃນ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ