ບັນດາປະເທດອາຊີຕາເວັນອອກສຽງໃຕ້ຈະເພີ່ມທະວີການຮ່ວມມືຕ້ານການກໍ່ການຮ້າຍ
2018-01-31 17:17:07 cri
ຫວ່າງມໍ່ໆມານີ້, 6 ປະເທດອາຊຽນ ຄື ອິນໂດເນເຊຍ, ມາເລເຊຍ, ຟິລິບປິນ, ສິງກະໂປ, ໄທ ແລະບຼູໄນໄດ້ບັນລຸສັນຍາການຮ່ວມມືດ້ານຂ່າວລັບຢູ່ເກາະບາຫຼີອິນໂດເນເຊຍ ໂດຍຈະເພີ່ມທະວີການຮ່ວມມືຫຼາຍຝ່າຍດ້ານຄວາມໝັ້ນຄົງໃນພາກພື້ນ ແລະຕ້ານກັບໄພຂົ່ມຂູ່ຈາກສະມາຊິກກຸ່ມISທີ່ກັບຄືນພາກພື້ນຕົນ. ກ່ອນໜ້ານີ້, ປະເທດອິນໂດເນເຊຍ, ຟິລິບປິນ ແລະມາເລເຊຍໄດ້ຮ່ວມກັນລາດຕະເວນທາງທະເລ ແລະທາງອາກາດ. ນັກວິເຄາະທາງການກ່າວວ່າ: ຕາມການແຕກໜີຂອງກຸ່ມIS, ຜູ້ກໍ່ການຮ້າຍທີ່ກັບຄືນພາກພື້ນຕົນໄດ້ເພີ່ມເປັນການສ້າງໄພຂົ່ມຂູ່ຕໍ່ບັນດາປະເທດອາຊີຕາເວັນອອກສຽງໃຕ້ຫຼາຍຂຶ້ນ. ສະນັ້ນ, ບັນດາປະເທດອາຊີຕາເວັນອອກສຽງໃຕ້ຄວນກຳຈັດຂອບຈຳກັດທີ່ມີຢູ່ໃນກົນໄກການຮ່ວມມືຕ້ານການກໍ່ການຮ້າຍໃນປັດຈຸບັນ ແລະຫັນປ່ຽນສະພາບການຕໍ່ຕ້ານກຸ່ມກໍ່ການຮ້າຍດ້ວຍວິທີຂອງແຕ່ລະປະເທດ ຈຶ່ງຈະສາມາດປາບປາມລັດທິກໍ່ການ້ຮ້າຍຢ່າງມີປະສິດທິຜົນກວ່າເກົ່າໄດ້.