ກອງ​ປະ​ຊຸມ​ຄັ້ງ​ທີ 1 ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 3 ມີ​ນາ​ປີນີ້
2018-01-31 17:16:30  cri 
    ກ່ອນ​ໜ້ານີ້​ບໍ່​ດົນ, ກອງ​ປະ​ຊຸມ​ຄັ້ງ​ທີ 24 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12  ໄດ້​ຜ່ານ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ໄຂກອງ​ປະ​ຊຸມ​ຄັ້ງ​ທີ 1 ​ຂອງສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ໂດຍ​ຕົກ​ລົງ​ວ່າ​ຈະ​ໄຂ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ 3 ມີ​ນາ​ປີນີ້.

    ກ່ອນ​ໜ້ານີ້​ບໍ່​ດົນ, ກອງ​ປະ​ຊຸມ​ຄັ້ງ​ທີ 23 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12  ໄດ້​ພິ​ຈາ​ລະ​ຈາ​ແລະ​ຜ່ານຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ດັດ​ແກ້​ເນື້ອ​ໃນ​ບາງ​ຕອນ​ຂອງ "ກົດ​ລະ​ບຽບສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ" ໂດຍ​​ຮ່າງສະ​ບັບ​ດັດ​ແກ້​ໄດ້​ຜ່ານ​ການ​ພິ​ຈາ​ລະ​ນາ​ໃນ​ກອງ​ປ​ະ​ຊຸມ​ຄັ້ງ​ທີ 24 ຄະ​ນະ​ປະ​ຈຳ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 12 ແລະ​ສະ​ເໜີ​ໃຫ້​ກອງ​ປະ​ຊຸມ​ຄັ້ງ​ທີ 1 ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຊຸດ​ທີ 13 ເພື່ອ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ