ຈັດການແຂ່ງ​ຂັນ​ນະ​ວັດ​ຕະ​ກຳ​ຊາວ​ໜຸ່ມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແລະ​ປົກ​ຄອງ​ແຫ່ງ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຢູ່​ລາວ
2018-02-01 11:09:22  cri 
ການແຂ່ງ​ຂັນ​ນະ​ວັດ​ຕະ​ກຳ​ຊາວ​ໜຸ່ມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແລະ​ປົກ​ຄອງ​ແຫ່ງ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​​​ຂອງຄັ້ງ​ທີ 3 ​​ທີ່​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາ​ວ​ແລະ​ດຳ​ເນີນ​ມາ​ເປັນ​ເວ​ລາ 4 ວັນໄດ້​ອັດ​ລົງ​ ​ໃນ​ວັນ​ທີ 30 ມັງ​ກອນ​ຜ່ານ​ມາ​ນີ້ ເຊິ່ງໂຄງ​ການ​ດັ່ງ​ກ່າວ​ເປັນ​ໜຶ່ງ​ໃນ​ບັນ​ດາໂຄງ​ການ​ຮ່ວມ​ມື​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​​ງວດ​ທີ​ສອງ ​ເຊິ່ງ​ແມ່ນ 6 ປະ​ເທດ​ຄື​ຈີນ,ກຳ​ປູ​ເຈຍ, ໄທ,ລາວ,ມຽນ​ມາ​ແລະ​ຫວຽດ​ນາມ​ຜັດ​ປ່ຽນ​ກັນ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ​.

ຫົວ​ຂໍ້ຫຼັກ​ໃນການ​ແຂ່ງ​ຂັນ​ຄັ້ງ​ຄື: ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ສີ​ຂຽວ​ເຊັ່ນ​ການ​ທ່ອງ​ທ່ຽວ ແລ​ະ​ມີ​ນັກ​ສຶກ​ສາ 60 ຄົນ​ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ 9 ແຫ່ງ​ຂອງ 6 ປະ​ເທດ​ໄດ້​ນຳ​ເອົາ​ຜົນ​ງານ​ນະ​ວັດ​ຕະ​ກຳ​ຂອງ​ຕົນ​ມາ​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ເປັນ​ຕົ້ນ ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ, ກະ​ສິ​ກຳ​ສີ​ຂຽວ,ການ​ທ່ອງ​ທ່ຽວ​ລະ​ບົບ​ນິ​ເວດ, ໂຮງ​ແຮມ​ເປັນ​ມິດ​ກັບ​ສິ່ງ​ແວດ​ລ້ອມ, ລະ​ບົບ​ທາງ​ລົດ​ໄຟ​ລອຍ​ຟ້າ​ໂຄງຮ່າງ​ຮູບວ່າວ​ແລະ​ອື່ນໆ, ​ໂດຍ​ມີ​ການປະ​ກວດຫຼາຍ​ລາງວັນ​ເຊັ່ນ ບັນ​ຫາ​ທີ່​ມີ​ມູນ​ຄ່າ​ທີ່​ສຸດ, ທີມ​ງານ​ນະ​ວັດ​ຕະ​ກຳ​ດີ​ເດັ່ນ, ທີມ​ງານ​ຂ້າມ​ຊາດ​ດີ​ເດັ່ນ, ແຜນ​ປະ​ກອບ​ທຸ​ລະ​ກິດ​ດີ​ເດັ່ນແລະ​ອື່ນໆ.

ການ​ແຂ່ງ​ຂັນ​ສອງ​ຄັ້ງ​ຜ່ານ​ມາ​ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ຢູ​ຊູ້​ແຂວງ​ຊິງ​ໄຫ​ແລະ​ນະ​ຄອນ​ນານ​ນິງ​ເຂດ​ປົກ​ຄົງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ ສ​ປ ຈີນ ​ສຳລັບ​ຄັ້ງ​ທີ 3 ​ນີ້ໄດ້​ຈັດ​ຂຶ້ນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​​ແຫ່ງ​ຊາດ​ລາວ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ​ເປັນ​ຄັ້ງ​ທຳ​ອິດ ​ແລະຖື​ເປັນ​ບາດ​ກ້າວ​ທຳ​ອິດ​ໃນ​ການ​ປະ​ຕິ​ບັດ​ກົນ​ໄກ6ປະ​ເທດ​ຜັດ​ປ່ຽນ​ກັນ​ເປັນ​ເຈົ້າ​ພາບ​ຈັດ​ການ​ແຂ່ງ​ຂັນ​ດັ່ງ​ກ່າວ. ຂ່າວ​ແຈ້ງວ່າ: ການ​ແຂ່ງ​ຂັນ​ນະ​ວັດ​ຕະ​ກຳ​ຊາວ​ໜຸ່ມ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແລະ​ປົກ​ຄອງ​ແຫ່ງ​ພາກ​ພື້ນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​​​ຂອງຄັ້ງ​ທີ 4 ​ໃນ​ຫົວ​ຂໍ້ "ການ​ບໍ​ລິ​ໂພກ​ແບບ​ສີ​ຂຽວ,ການ​ຜະ​ລິດ​ກັບ​ການ​ພັດ​ທະ​ນາ​ສັງ​ຄົມ" ຈະ​ຈັດ​ຂຶ້ນ​ຢູ່​ກຳ​ປູ​ເຈຍໃນ​ເດືອນ​ມັງ​ກອນ​ປີ 2019.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ