ນັກ​ສຶກ​ສາ​ໄທ​ນິ​ຍົມ​​ຮຽນວິ​ຊາ​ບໍ​ລິ​ຫານ​ທຸ​ລະ​ກິດ​ຢູ່​ຈີນ
2018-02-01 16:58:02  cri 
ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ເດີນ​ທາງ​ໄປ​ນະ​ຄອນຫຼວງ​ບາງກອກ​ປະ​ເທດ​ໄທ​ໃນ​ວັນ​ທີ 30 ມັງ​ກອນ​ຜ່ານ​ມາ​ນີ້​ເພື່ອ​ແນະ​ນຳແລະ​ໂຄ​ສະ​ນາ​ຮັບ​ເອົາ​ນັກ​ສຶກ​ສາ​ໄທ ແລະ​ນັກ​ສຶກ​ສາ​ໄທ​​ກໍ​ຫວັງ​ຈະ​ໄດ້​ຮຽນຫຼັກ​ສູດ​ບໍ​ລິ​ຫານ​ທຸ​ລະ​ກິດ​ຢູ່​ຈີນ.

ພະ​ນັກ​ງານ​ຈາກ​ສູນ​ສຶກ​ສາ​ສາ​ກົນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ເສດ​ຖະ​ກິດ​ການ​ຄ້າ​ຕ່າງ​ປະ​ເທດ​ຂອງ​ຈີນ​ໄດ້​ແນະ​ນຳ​ຕໍ່​ນັກ​ສຶກ​ສາ​ໄທ​ກ່ຽວ​ກັບ​ວິ​ຊາ​ຮຽນ​ທີ່​ມີ​ທ່າ​ແຮງ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ຕົນ​ທີ່​ມີຫຼັກ​ສູດ​​ກ່ຽວ​ກັບ​ເສດ​ຖະ​ກິດ​ການ​ເງິນ​ແລະ​ພາ​ສາ​ຕ່າງ​ປະ​ເທດຫຼາຍ​ວິ​ຊາ​ເຊິ່ງ​ປະ​ກອບ​ມີ ເສດ​ຖະ​ກິດ​ການ​ຄ້າ​ສາ​ກົນ, ນິ​ຕິ​ສາດ(ກົດ​ໝາຍ​ເສດ​ຖະ​ກິດ​ສາ​ກົນ),ວິ​ທະ​ຍາ​ການ​ເງິນ, ສາ​ຂາ​ບໍ​ລິ​ຫານ​ທຸ​ລະ​ກິດ​ແລະ​ອື່ນໆ.

ກິດ​ຈະ​ກຳ​ຄັ້ງ​ນີ້​ຈັດ​ຂຶ້ນ​ໂດຍສະ​ຫະ​ພັນ​ການສຶກ​ສາ​ສາ​ກົນ​ໄທ-ຈີນ​ເຊິ່ງ​ເປັນ​ສະ​ຖາ​ບັນ​ບໍ​ລິ​ການ​ນັກ​ຮຽນນັກ​ສຶກ​ສາ​ຈີນ-ໄທ​ສຳ​ລັບ​ການ​ໄປ​ຮຽນ​ຢູ່​ສອງ​ປ​ະ​ເທດ​ດັ່ງ​ກ່າວ, ປັດ​ຈຸ​ບັນ​ສະ​ຫະ​ພັນ​ດັ່ງ​ກ່າວ ​ປະ​ກອບ​ດ້ວຍ ມະ​ຫາ​ວິ​ທະ​ຍາ​ໄລ​ພາກ​ລັດ​ແລະ​ພາກ​ເອ​ກະ​ຊົນ​ຂອງ​ໄທ 12 ແຫ່ງ, ​ໂຮງ​ຮຽນ​ມັດ​ທະ​ຍົມ​ໄທ ເກືອບ 40 ແຫ່ງ​ແລະ​ມະ​ຫາ​ວິ​ທະ​ຍາ​ໄລ​ຈີນ 18 ແຫ່ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ