ສະຖານທູດຈນປະຈຳລາວຈັດງານລ້ຽງຮັບຮອງປີໃໝ່ຈີນ
2018-02-01 17:48:54  cri 


ຕາມຂ່າວ CRI: ສະຖານທູດຈີນປະຈຳລາວໄດ້ຈັດງານລ້ຽງຮັບຮອງປີໃໝ່ຈີນຢູ່ສະຖານທູດຈີນປະຈຳລາວໃນວັນທີ 31 ມັງກອນຜ່ານມາ, ໂດຍທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ, ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳແລະການຄ້າທັງເປັນປະທານຄະນະກຳມາທີການຮ່ວມມືລາວ-ຈີນ, ບັນດາຮອງລັດຖະມົນຕີພ້ອມດ້ວຍຜູ້ຕາງໜ້າບໍລິສັດຈີນປະຈຳລາວ, ນັກສຶກສາ, ຊາວຈີນຢູ່ລາວແລະຊາວລາວເຊື້ອສາຍຈີນແລະພາກສ່ວນທີ່ກ່ຽວຂ້ອງ 300 ກວ່າຄົນເຂົ້າຮ່ວມ.   ໂອກາດດັ່ງກ່າວ, ທ່ານ ຫວາງເຫວີນທຽນ ເອກອັກຄະລັດຖະທູດ ສປ ຈີນປະຈໍາ ສປປ ລາວ ໄດ້ສະແດງຄວາມຢື້ຢາມຖາມຂ່າວແລະອວຍພອນອັນປະເສີດບັນດາແຂກຮັບເຊີນໃນໂອກາດປີໃໝ່ຈີນ ພ້ອມທັງສະແດງຄວາມຂອບໃຈຕໍ່ບຸກຄົນໃນວົງການຕ່າງໆທີ່ປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງເສີມການຮ່ວມມືມິດຕະພາບລະຫວ່າງສອງປະເທດຈີນ-ລາວ.  ທ່ານ ຫວາງເຫວີນທຽນ ກ່າວວ່າ, ປີ 2017 ເປັນປີທີ່ມີຄວາມໝາຍຂີດແບ່ງປະຫວັດສາດຂອງຈີນໂດຍ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ໄດ້ຈັດຂຶ້ນດ້ວຍຜົນສຳເລັດ, ການນຳສູງສຸດຂອງສອງປະເທດຈີນ-ລາວໄດ້ຢ້ຽມຢາມເຊິ່ງກັນລະກັນໂດຍສອງຝ່າຍເປັນເອກະພາບກັນສ້າງປະຊາຄົມຮ່ວມຊາຕາກຳທີ່ມີຄວາມໝາຍຍຸດທະສາດທີ່ຕັດແຍກຈາກກັນບໍ່ໄດ້, ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດພວມ​ຢູ່​ໃນ​ໄລຍະ​ທີ່​ດີ​ທີ່​ສຸດ​ໃນ​ປະຫວັດສາດ. ຫວັງວ່າຊາວຈີນຢູ່ລາວແລະຊາວລາວເຊື້ອສາຍຈີນ, ນັກສຶກສາ, ບໍລິສັດຈີນປະຈຳລາວທັງຫຼາຍຈະສົ່ງເສີມມູນເຊື້ອອັນດີງາມຂອງປະຊາຊາດຈີນ,​ ຊ່ວຍເຫຼືອສາມັກຄີນຳກັນ ເພື່ອສືບຕໍ່ປະກອບສ່ວນເຂົ້າໃນການສ້າງປະຊາຄົມຮ່ວມຊາຕາກຳຈີນ-ລາວກໍຄືການພັດທະນາເສດຖະກິດ-ສັງຄົມຂອງລາວ.  ໃນໂອກາດດັ່ງກ່າວ, ຜູ້ຕາງໜ້ານັກການທູດຢູ່ສະຖານທູດຈີນປະຈຳລາວ, ຊາວຈີນຢູ່ລາວແລະຊາວລາວເຊື້ອສາຍຈີນແລະບໍລິສັດຈີນປະຈຳລາວແລະອົງການ ຈັດຕັ້ງອື່ນໆໄດ້ສະແດງສິລະປະວັນນະຄະດີໂດຍການສະແດງບົດຟ້ອນຈີນແລະອື່ນໆ ທີ່ເຕັ້ມ​ໄປ​ດ້ວຍ​ບັນຍາກາດ​ມ່ວນຊື່ນ​ຄຶກຄື້ນບຸນ​ກຸດ​ຈີນປະຈຳປີ 2018.
1  2  3  4  5  6  7  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ