ພາກ​ເໜືອ​ອັຟ​ກາ​ນິສະຖານ​ເກີດ​ແຜ່ນດິນ​ໄຫວ​ລະດັບ 6,1 ລິກ​ເຕີ
2018-02-01 16:39:23  cri 
ວັນ​ທີ 31 ມັງກອນຜ່ານ​ມາ​ນີ້, ຢູ່​ເຂດ​ຫິນ​ດູ ກັສພາກ​ເໜືອ​ອັຟ​ກາ​ນິສະຖານ​ໄດ້​​ເກີດ​ແຜ່ນດິນ​ໄຫວ​ລະດັບ 6,1 ລິກ​ເຕີ, ​ເຮັດ​ໃຫ້ນະຄອນຫຼວງ​ກາ​ບູນມີ​ຄວາມ​ຮູ້ສຶກສັ່ນ​ສະ​ເທື່ອ​ນຢ່າງ​ຈະ​ແຈ້ງ. ມາຮອດ​ປະ​ຈຸ​ບັນ​ນີ້, ຍັງ​ບໍ່​ມີລາຍ​ງານ​ກ່ຽວ​ກັບຜູ້​ເສຍ​ຊີວິດ, ຖືກ​ບາດ​ເຈັບ ​ແລະຄວາມ​ເສຍ​ຫາຍ​ຂອງ​ຊັບສິນ​​ແຕ່​ຢ່າງໃດ.

​ເຂດ​ຫິນ​ດູ ກັສ​ແມ່ນ​ເຂດ​ທີ່​ມັກເກີດ​ແຜ່ນດິນ​ໄຫວ​ຫຼາຍກວ່າ​ໝູ່. ​ໃນ​ວັນ​ທີ 26 ຕຸ​ລາ​ປີ 2015, ​ເຂດ​ນີ້​ກໍ​ໄດ້​ເກີດ​ແຜ່ນດິນ​ໄຫວລະດັບ 7,8 ລິກ​ເຕີ ​​ເຮັດ​​ໃຫ້​ມີຜູ້​ເສຍ​ຊີວິດ 100 ກວ່າ​ຄົນ ​ແລະບາດ​​ເຈັບ 500 ກວ່າ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ