ຈີນ-ກຳ​ປູ​ເຈຍ​ເຊັນ​ສັນ​ຍາ​ໂຄງ​ການ​ຄ​ຣິ​ນິກ​ເຄື່ອນ​ທີ່
2018-02-02 16:22:21  cri 
    ສັນ​ຍາ​ປະ​ຕິ​ບັດ​ໂຄງ​ການ​ຄ​ຣິ​ນິກ​ເຄື່ອນ​ທີ່​ທີ່​ຈີນ​ຊ່ວຍ​ກຳ​ປູ​ເຈຍນັ້ນ ໄດ້​ລົງ​ນາມ​ຢູ່​ນະ​ຄອນຫຼວງ​ພະ​ນົມ​ເປັນ​ໃນ​ວັນ​ທີ 1 ກຸມ​ພານີ້.

    ທ່ານ ຫຼີ​ອ້ານ ທີ່​ປຶກ​ສາ​ເສດ​ຖະ​ກິດ​ການ​ຄ້າ​ຂອງ​ສະ​ຖານ​ທູດ​ຈີນ​ປະ​ຈຳ​ກຳ​ປູ​ເຈຍ ແລະ​ທ່ານ ມາມ​ບູນ​ເຮັງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ກຳ​ປູ​ເຈຍ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ເຊັນ​ສັນ​ຍາ​ດັ່ງ​ກ່າວ.

    ທ່ານ ຫຼີ​ອ້ານ ກ່າວ​ວ່າ, ກຳ​ປູ​ເຈຍ ເປັນ​ເພື່ອນ​ທີ່​ດີ​ຂອງ​ຈີນ, ໂຄງ​ການ​ຄ​ຣິ​ນິກ​ເຄື່ອນ​ທີ່ ຈະ​ຊ່ວຍ​ປະ​ຊາ​ຊົນ​ບັນ​ດາ​ແຂວງ​ແລະ​ເຂດ​ຫ່າງ​ໄກ​ສອກ​ຫຼີກແກ້​ໄຂ​ບັນ​ຫາ​ຫຍຸ້ງຍາກ​ໃນ​ການ​ປິ່ນ​ປົວ​ພະ​ຍາດ ແລະ​ໃຫ້​ການ​ຊ່ວຍ​ເຫຼືອ​ແທ້​ຈິງ​ແກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ.

    ໂອ​ກາດນີ້, ທ່ານ ມາມ​ບູນ​ເຮັງ ໄດ້ກ່າວ​​ສະ​ແດງ​ຄວາມຂອບ​ໃຈ​ຕໍ່​ລັດ​ຖະ​ບານ​ຈີນ​ທີ່​ໄດ້​ໃຫ້​ຄວາມ​ຊ່ວຍ​ເຫຼືອ ແລະ ສະ​ໜັບ​ສະ​ໜູນ​ແກ່​ກຳ​ປູ​ເຈຍ​ໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ​ຕະຫຼອດ​ມາ. ໂຄງ​ການ​ຄ​ຣິ​ນິກ​ເຄື່ອນ​ທີ່ ແມ່ນ​ໝາກ​ຜົນ​ການ​ຮ່ວມ​ມື​ອີກ​ສ່ວນໜຶ່ງ​ໃນ​ການ​ສ້າງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ແລະ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ລະ​ຫວ່າງ​ສອງ​ປະ​ເທດ ເຊິ່ງ​ໄດ້​ໃຫ້​ການ​ບໍ​ລິ​ການ​ປິ່ນ​ປົວ​ພະ​ຍາດ​ທີ່​ສະ​ດວກກວ່າ​ເກົ່າ​ແລະ​ບັງ​ເກີດ​ຜົນ​ກວ່າ​ເກົ່າ​ແກ່​ປະ​ຊາ​ຊົນ​ກຳ​ປູ​ເຈຍ.

    ຂ່າວ​ແຈ້ງວ່າ, ລົດແລະ​ອຸ​ປະ​ກອນ​ໃນ​ຄ​ຣິ​ນິກ​ເຄື່ອນ​ທີ່​ຢູ່​ກຳ​ປູ​ເຈຍ ສາ​ມາດ​ດຳ​ເນີນ​ການກວດ​ພະ​ຍາດ​ທົ່ວ​ໄປ​ແລະ​ການ​ປິ່ນ​ປົວ​ໃນ​ພະ​ແນກ​ເດັກ​, ພະ​ແນກ​ປະ​ສູດ, ພະ​ແນກ​ຫູ, ດັງ​ແລະ​ຄໍ, ພະ​ແນກ​ແຂ້ວ ແລະ​ອຸນ​ຕ​ຣາ​ໂຊ​ນິກ ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ