ອາ​ຫານ​ອາ​ຊຽນ​ຂາຍ​ດີ​ຢູ່​ເຂດ​ການ​ຄ້າ​ເສ​ລີ​ເມືອງ​ເຊ້ຍ​ເມິນ
2018-02-03 13:40:39  cri 
ເມືອງ​ເຊ້ຍເມິນ​ແມ່ນ​ດ່ານ​ສຳ​ຄັນ​ແຫ່ງ​ໜຶ່ງ​ທີ່​ນຳ​ເຂົ້າ​ອາ​ຫານ​ຊະ​ນິດ​ຕ່າງໆ​ຂອງ​ອາ​ຊຽນ​ສູ່​ປະ​ເທດ​ຈີນ​ມາ​ໂດຍ​ຕະ​ຫຼອດ. ປີ 2017, ດ່ານ​ຕົ່ງ​ຕູ້​ເຂດ​ການ​ຄ້າ​ເສ​ລີ​ເມືອງ​ເຊ້ຍ​ເມິນ​ໄດ້​ນຳ​ເຂົ້າ​ອາ​ຫານ​ອາ​ຊຽນ​ມູນ​ຄ່າ 380 ລ້ານ​ໂດ​ລາ​ສະ​ຫະ​ລັດ, ເພີ່ມ​ຂຶ້ນ​ຫຼາຍກວ່າ​ປີ 2016 50% ຂຶ້ນ​ໄປ.

ພະ​ນັກ​ງານ​ອົງ​ການກວດ​ກາ​ແລະ​ກວດ​ພະ​ຍາດ​ເວ​ລາເຂົ້າ​ອອກ​ເມືອງຂອງ​ດ່ານ​ຕົ່ງ​ຕູ້ບອກ​ນັກ​ຂ່າວ​ໃຫ້​ຮູ້​ວ່າ: ມູນ​ຄ່າ​ອາ​ຫານທີ່​ນຳ​ເຂົ້າ​ຈາກ​ອາ​ຊຽນກວມ 70% ໃນ​ຍອດ​ມູນ​ຄ່າ​ອາ​ຫານ​ທີ່​ນຳ​ເຂົ້າ​ຜ່ານ​ດ່ານ​ຕົ່ງ​ຕູ້.

ກ່ຽວ​ກັບປະ​ເທດ​ທີ່​ມີ​ອາ​ຫານ​ນຳ​ເຂົ້າ​ສູ່​ປະ​ເທດ​ຈີນ, ນອກ​ຈາກບ​ຣູ​ໄນ​ແລ້ວ, ປະ​ເທດ​ອື່ນ​ໃນ​ອາ​ຊຽນ​ກໍ​ມີ​ອາ​ຫານ​ເຂົ້າ​ສູ່​ເມືອງ​ເຊ້ຍ​ເມິນ, ເວົ້າ​ຈາກ​ດ້ານ​ມູນ​ຄ່າ​ແລ້ວ, ອິນ​ໂດ​ເນ​ເຊຍ​ເປັນ​ທີ 1, ໄທ​ເປັນ​ທີ 2 ແລະ​ຫວຽດ​ນາມ​ເປັນ​ທີ 3. ໃນ​ນັ້ນ, ອາ​ຫານ​ທີ່​ນຳ​ເຂົ້າ​ຈາກ​ອິນ​ໂດ​ເນ​ເຊຍ​ແລະ​ໄທ​ຜ່ານ​ດ່ານ​ຕົ່ງ​ຕູ້​ລ້ວນ​ແຕ່​ໄດ້​ມີ​ມູນ​ຄ່າຫຼາຍກວ່າ 100 ລ້ານ​ໂດ​ລາ.

ໃນ​ຊຸມ​ປີ​ມານີ້, ການ​ສ້າງ​ຄວາມ​ເຊື່ອມ​ຈອດ​ກັນ​ລະ​ຫວ່າງ​ເມືອງ​ເຊ້ຍ​ເມິນ​ກັບ​ອາ​ຊຽນ​ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ, ນອກ​ຈາກນັ້ນ, ເຂດ​ການ​ຄ້າ​ເສ​ລີ​ເມືອງ​ເຊ້ຍ​ເມິນ​ຍັງ​ໄດ້​ໃຊ້​ມາດ​ຕະ​ການ​ຫຼາຍ​ຢ່າງ​ເພື່ອເຮັດ​ໃຫ້​ສິນ​ຄ້າ​ຜ່ານ​ດ້ານ​ສະ​ດວກ​ຂຶ້ນ​ຕື່ມ, ນີ້​ອາດ​ຈະ​ເປັນ​ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ອາ​ຫານ​ທີ່​ນຳ​ເຂົ້າ​ຈາກ​ອາ​ຊຽນ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ