ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທ​ດ​ຈີນ​ກ່າວ​ວ່າ: ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນ​ແມ່ນ​ຢູ່ບົນ​ພື້ນ​ຖານ​​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ແລະ​ມີຄວາມ​ຕ້ອງ​ການ​ເຊິ່ງ​ກັນ​ແລະ​ກັນ
2018-02-03 17:27:27  cri 

ຕາມ​ຂ່າວCRI: ​ໂດຍ​ແນ​ໃສ່​ເລື່ອງ​ທີ່​ມີ​ເຈົ້າ​ໜ້າ​ທີ່​ອາ​ເມ​ລິ​ກາ​ກ່າວ​ວ່າ: ຈີນ​ກຳ​ລັງ​ນຳ​ໃຊ້​ວິ​ທີ​ດ້ານ​ເສດ​ຖະ​ກິດ​ເພື່ອ​ເຮັດ​ໃຫ້​ບັນ​ດາປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນ​ເຂົ້າ​ສູ່ວົງ​ໂຄ​ຈອນ​ຂອງ​ຕົນ, ວັນ​ທີ 2 ກຸມ​ພາ​ນີ້, , ທ່ານນ​າງ ຮ​ວ້າ ຊູນ ຢີງ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ​ວ່າ, ນະ​ໂຍ​ບາຍຂອງ​ຈີນ​ມີ​ຕໍ່​ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນ​ແມ່ນ​ມີ​ຄວາມປອດ​ໂປ່ງແລະໄຂ​ປະ​ຕູ​, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ແມ່ນສ້າງ​ຂຶ້ນ​ບົນ​ພື້ນ​ຖານ​ທີ່​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ​ແລະ​ຄວາມ​ຕ້ອງ​ການ​ເຊິ່ງ​ກັນ​ແລະ​ກັນ, ​ໂດຍຍຶດ​ຖື​ທັດ​ສະ​ນະ​ທີ່​ສະ​ເໝີ​ພາບ​ແລະຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​, ໂດຍ​ອ້ອມ​ອາ​ລີແລະ​ຮ່ວມໃຫ້​​ມີ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ຫວັງ​ວ່າ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຈະປະ​ຕິ​ບັດ​ຕໍ່​ການ​ຮ່ວມ​ມື​ແລະ​ການ​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວ​ພັນ​ລະ​ຫ່​ວາງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນຢ່າງ​ຖືກ​ຕ້ອງ​ດ້ວຍ​ຈິດ​ໃຈ​ທີ່​ໂອບ​ອ້ອມ​ອາ​ລີ.

ທ່ານ​ນາງ​ຮ​ວ້າ ຊູນ ຢີງ​ກ່າ​ວ​ວ່າ, ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນ​ລ້ວນ​ແຕ່​ເປັນປະ​ເທດ​ທີ່​ພວມ​ພັດ​ທະ​ນາ, ຢູ່​ໃນ​ໄລ​ຍະ​ການ​ພັດ​ທະ​ນາ​ທີ່​ຄ້າຍ​ກັບແລະມີ​ໜ້າ​ທີ່​ດ້ານ​ການ​ພັດ​ທະ​ນາ​ຮ່ວມ​ກັນ. ການ​ຮ່ວມ​ມື​ດ້ານ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ລະ​ຫວ່າງ​ຈີນ​ກັບ​ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ຢ່າງ​ຕັ້ງ​ໜ້າ​​​ໃນ​ການ​ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນຜ່ານ​ຜຸ​ປະ​ສັກ​ສິ່ງ​ຕ່າງໆ​ໃນການ​ພັດ​ທະ​ນາ​ແລະ​ການ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ.ການ​ລົງ​ທຶນ​​ຂອງ​ຈີນ​ທີ່​ມີ​ຕໍ່​ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນ​ແລະ​ການ​ຮ່ວມ​ມື​ດ້ານການ​ທະ​ນາ​ຄານ​ລະ​ຫວ່າງ​ຈີນ​ກັບບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນ​ແມ່ນ​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ການ​ຄ້າ​ແລະກົດ​ໝາຍ​ກົດ​ບັນ​ຍັດ​ຂອງທ້ອງ​ຖິ່ນ​ທັງ​ໝົດ. ຕາມ​ສະ​ຖິ​ຕິ​ຂອງ​ອົງ​ການ​ແຮງ​ງານ​ສາ​ກົນ, ນັບ​ແຕ່​ປີ 1995 ຫາ​ປີ 2016, ວິ​ສາ​ຫະ​ກິດ​ຈີນ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້ 1 ລ້ານ 8 ແສນກວ່າ​ແຫ່ງ​ຢູ່ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນ. ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ​ກັບບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນ​ແມ່ນ​ສ່ວນ​ປະ​ກ​ອບ​ຂອງ​ການ​ຮ່ວມ​ມື​ໃຕ້ໆ, ເຊິ່ງ​ໄດ້​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຝ່າຍ. ການ​ພັດ​ທະ​ນາ​ດ້ານ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນ​ແມ່ນ​ບໍ່​ແນ​ໃສແລະ​ກຳ​ຈັດ​ຝ່າຍ​ທີ່​ສາມ​ໃດໆ, ກໍ​ບໍ່​​ມີ​ຜົນ​ກະ​ທົບທາງ​ລົບ​ຕໍ່​ຜົນ​ປ​ະ​ໂຫຍດຂອງ​ຝ່າຍ​ທີສາມ​ຢູ່ບັນ​ດາ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ