ຈີນ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ຕໍ່ ບົດ​ລາຍ​ງານ​ພິ​ຈາ​ລະ​ນາ​ສະ​ຖາ​ນະ​ການ​ນິວ​ເຄຼຍ​​ຂອງອ​າ​ເມ​ລິ​ກາ​
2018-02-04 15:42:30  cri 

ວັນ​ທີ 4 ກຸມ​ພາ​ນີ້, ທ່ານ​ເຢິນ​ກົວ​ຊຽງ ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີນ​​ໄດ້ກ່າວປາ​ໄສກ່​ຽວ​ກັບ​ອາ​ເມ​ລິ​ກາ​ເປີດ​ເຜີຍ "ບົດ​ລາຍ​ງານ​ພິ​ຈາ​ລະ​ນາ​ສະ​ຖາ​ນະ​ການ​ນິວ​ເຄຼຍ". ທ່ານ​ຊີ້​​ໃຫ້​ເຫັນວ່າ, ວັນ​ທີ 3 ກຸມ​ພາ​ນີ້​ຕາມ​ເວ​ລາ​ປັກ​ກິ່ງ, ກະ​ຊວງ​​ປ້ອງ​ກັນ​ປະ​ເທດ​ອາ​ເມ​ລິ​ກາ​ໄດ້​ເປີດ​ເຜີຍ  "ບົດ​ລາຍ​ງານ​ພິ​ຈາ​ລະ​ນາ​ສະ​ຖາ​ນະ​ກາ​ນິວ​ເຄຼຍ",  ໂດຍ​ໄດ້​ຄາດເດົາຈີນ​ໃນ​ພັດ​ທະ​ນາ​ນັ້ນ​ຢ່າງ​ຜິດ​ພາດ, ເວົ້າ​ໂຍກ​ການ​ຂົ່ມ​ຂູ່​​ດ້ວຍກຳ​ລັງ​ນິວ​ເຄຼຍ​ຂອງ​ຈີນ, ​ຈີນ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ​ຕໍ່​​ເລື່ອງນີ້.

​ທ່ານ​ກ່າວ​ຕື່ມ​ວ່າ: "ຈີນ​ເດີນ​ຕາມ​ເສັ້ນ​ທາງ​ພັດ​ທະ​ນາ​ໂດຍ​ສັນ​ຕິ​ຢ່າງ​ໝັ້ນ​ໜຽວ, ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ປ້ອງ​ການ​ຊາດ​ທີ່​ມີ​ລັກ​ສະ​ນະ​ປ້ອງ​ກັນ​ຢ່າງ​ເດັດ​ຂາດ. ປະ​ຕິ​ບັດ​ຕາມ​ນະ​ໂຍ​ບາຍ​ທີ່​ບໍ່​ໃຊ້​ອາ​ວຸດ​ນິວ​ເຄຼຍ​ກ່ອນ​ອື່ນ​ໃນ​ເວ​ລາ​ໃດ​ແລະ​ກໍ​ລະ​ນີ​ໃດ, ມີ​ຄຳ​ໝັ້ນ​ສັນ​ຍາ​ອັນ​ຈະ​ແຈ້ງວ່າ​ບໍ່​ໃຊ້​ແລະ​ບໍ່​ຂົ່ມ​ຂູ່​ໃຊ້​ອາ​ວຸດ​ນິວ​ເຄຼຍ​ຕໍ່​ປະ​ເທດ​ທີ່​ບໍ່​ມີ​ອາ​ວຸດ​ນິວ​ເຄຼຍ​ແລະ​ພາກ​ພື້ນ​ທີ່​ບໍ່​ມີ​ອາ​ວຸດ​ນິວ​ເຄຼຍ. ຈີນ​ນຳ​ໃຊ້​ທ່າ​ທີ​ທີ່​ອົດ​ກັ້ນ​ທີ່​ສຸດ​ໃນ​ດ້ານ​ພັດ​ທະ​ນາ​ອາ​ວຸດ​ນິວ​ເຄຼຍ, ຮັກ​ສາ​ກຳ​ລັງ​ນິວ​ເຄຼຍ​ຂອງ​ຕົນ​ໃນ​ລະ​ດັບ​ຕ່ຳ​ສຸ​ດ​ເພື່ອຄວາມ​ໝັ້ນ​ຄົງ​ຂອງ​ຊາດ.

​ກ່ອ​ນ​ອື່ນ, ການ​ພິ​ຈາ​ລະ​ນາ​ສະ​ຖາ​ນະ​ການ​ນິວ​ເຄຼຍຕ້ອງ​ປະ​ຕິ​ບັດ​ຕໍ່​ທ່ວງ​ທ່າ​ລວມ​ຂອງ​ສະ​ໄໝ. ສັນ​ຕິ​ພາບ​ແລ​ະ​ການ​ພັດ​ທະ​ນາ​ແມ່ນ​ກະ​ແສ​ນິ​ຍົມ​ໂລກ​ທີ່​ຕ່າວ​ປີ້ນ​ບໍ່​ໄດ້, ອາ​ເມ​ລິ​ກາ​ແມ່ນ​ປະ​ເທດ​ທີ່​ມີ​ສາງ​ອາ​ວຸດ​ນິວ​ເຄຼຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ, ຕ້ອງ​ປະ​ຕິ​ບັດ​ຕາມ​ກະ​ແສ​ນິ​ຍົມ​ນີ້​ຢ່າງ​ເປັນ​ເຈົ້າ​ການ. ພ​ວກ​ເຮົາ​ວ​ຫວັງ​ໃຫ້​ອາ​ເມ​ລິ​ກາ​​ຈົ່ງເຂົ້າ​ໃຈ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ຂອງ​ຈີນ​ຢ່າງ​ຖືກ​ຕ້ອງ, ປະ​ພຶດ​ຕໍ່​ການ​ສ້າງ​ສາ​ການ​ປ້ອງ​ກັນ​ຊາດ​ແລະກອງ​ທັບ​ຂອງ​ຈີນ​ຢ່າງ​ພາ​ວະ​ວິ​ໄສ, ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສອງກອງ​ທັບ​ກາຍ​ເປັນ​ປັດ​​ໄຈ​ໝັ້ນ​ທ່ຽງ​ຂອງການ​ພົວ​ພັນ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ, ຮ່ວມ​ກັນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ​ໂລກ​ແລະ​ພາກ​ພື້ນ​ຮ່ວມ​ກັນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ