ເຮືອບິນ​ສູ້​ຮົບ​ "su-25" ລຳ​ໜຶ່ງ​ຖືກ​ຍິງຕົກ​ຢູ່​ຊີຣີ
2018-02-04 15:35:19  cri 

​ວັນ​ທີ 3 ກຸ​ມພາ​ນີ້, ​ເຮືອບິນ​ສູ້​ຮົບ "su-25" ລຳ​ທີ່ກຳລັງ​ປະຕິບັດ​ໜ້າ​ທີ່ໂຈມ​ຕີພວກ​ກໍ່​ການ​ຮ້າຍ​ຢູ່​ແຂວງ​ອິດ​ລິບ​ພາກຕາ​ເວັນ​ຕົກສຽງ​ເໜືອ​ຊີຣີ​ໄດ້​ຖືກຍິງຕົກດ້ວຍ​ຂີ​ປະ​ນາ​ວຸດປ້ອງ​ກັນ​ອາກາດ ​ເຊິ່ງ​ເຮັດ​ໃຫ້​ນັກ​ບິນ​ເສຍ​ຊີວິດ​.

ກະຊວງ​ປ້ອງ​ກັນປະ​ເທດຣັດ​ເຊຍ​​​ແຈ້ງ​ຂ່າວວ່າ: ​ໃນ​ມື້​ດຽວ​ກັນ, ​ເຮືອບິນ​ສູ້​ຮົບ "su-25" ຂອງ​ກອງທັບ​ປະ​ເທດຕົນ​ໄດ້​ຖືກຍິງ​ຕົກ​ດ້ວຍ​ຂີ​ປະ​ນາ​ວຸດ​ປ້ອງ​ກັນ​ອາກາດໃນ​ເວລາ​ປະຕິບັດ​ໜ້າ​ທີ່​ໂຈມ​ຕີໜ້າດິນຢູ່​ແຂວງ​ອິດ​ລິບ. ນັກ​ບິນ​ໂດດ​ຈ້ອງຢ່າງສຳ​ເລັດ​ຜົນ​ຢູ່​ເທິງ​ທ້ອງ​ຟ້າເຂດ​ຄຸ້ມ​ຄອງ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ, ​​ແຕ່​ຫຼັງ​ຈາກ​ນັ້ນ​ໄດ້​​ເສຍ​ຊີວິດ​ໃນ​ການສູ້​ຮົບ​ກັບ​ພວກ​ຫົວ​ຮຸນ​ແຮງ.

ປັດຈຸບັນ​ນີ້, ທະຫານຣັດ​ເຊຍ​ກຳລັງ​ຊອກ​ເອົາ​ສົບ​ຂອງ​ນັກ​ບິນ​ຢູ່.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ