ສູນ​ກາງ​ຈີນ​ຈັດວາງປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ຊົນນະບົດ​ໃຫ້​ຈະ​ເລີ​ນຢ່າງຮອບດ້ານ
2018-02-05 16:11:47  cri 

​ຂ່າວສານ​ຊິນ​ຮວາ​ ​ໄດ້​ຮັບ​ການ​ມອບ​ສິດ​ໃຫ້​ເປີດ​ເຜີຍເອ​ກະສາ​ນ​ເລກ​ໜຶ່ງ​ຂອງ​ສູນ​ກາງ​ຈີນ​ກ່ຽວ​ກັບ​ວຽກ​ງານ​ພັດທະນາຊົນນະບົດ, ກະສິກຳ ​ແລະ ຊາວ​ກະສິກອນ ​ເຊິ່ງ​ເປັນ​ສະບັບ​ທີ 20 ນັບ​ແຕ່​ຈີນ​ດຳ​ເນີນ​ການ​ປະຕິຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ເປັນຕົ້ນມາ ​ແລະ​ເປັນ​ສະບັບ​ທີ 15 ນັບ​ແຕ່​ສະ​ຕະວັດ​ໃໝ່​ເປັນຕົ້ນມາ ​ໃນ​ວັນ​ທີ 4 ກຸມພາ​ນີ້ ​ເຊິ່ງ​ເອກະສານ​ດັ່ງກ່າວພາດ​ຫົວ​ວ່າ "ຄຳ​ເຫັນ​ຂອງສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ແລະ ລັດຖະບານ​ຈີນກ່ຽວ​ກັບ​ການຈັດຕັ້ງປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ຊົນນະບົດ​ໃຫ້​ຈະ​ເລີ​ນ" ​ໂດຍ​ໄດ້​ຈັດ​ວາງ​ປະຕິບັດ​ຍຸດ​ທະ​ສາດ​ດັ່ງກ່າວ​ຢ່າງຮອບດ້ານ.

​ເອກະສານ​ດັ່ງກ່າວ​ໄດ້​ມີ​ການຈັດ​ວາງ​ຈາກ​ດ້ານ​ຕ່າງໆ​ຢ່າງຮອບດ້ານ ​ເຊັ່ນ ຍົກສູງ​ຄຸນ​ນະພາ​ບການ​ພັດທະນາ​ກະສິກຳ, ຊຸກຍູ້​ການ​ພັດທະນາ​ຊົນນະບົດ​ແບບ​ສີຂຽວ, ພັດທະນາ​ວັດທະນະທຳ​ຊົນນະບົດ​ໃຫ້​ຈະ​ເລີ​ນສີວິ​ໄລ, ສ້າງ​ລະບົບ​ຄຸ້ມ​ຄອງ​ຊົນນະບົດ​ໃໝ່, ຍົກ​ລະດັບ​ການ​ຮັບປະກັນ​ດ້ານ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ຊົນນະບົດ​ໃຫ້​ສູງ​ຂຶ້ນ, ​ເອົາ​ຊະນະ​ໃນ​ບັ້ນລົບ​ລ້າງ​ຄວາມທຸກ​ຍາກ​ເຊິ່ງ​ພວມຢູ່ໃນ​ຂັ້ນຕອນ​ປະສົບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​, ​ເສີມ​ສ້າງ​ລະບຽບ​ການດ້ານ​ການ​ພັດທະນາຊົນນະບົດ​ໃຫ້​ຈະ​ເລີ​ນ, ສົ່ງ​ເສີມການພັດທະນາ​ບຸກຄະລາ​ກອນ​ເພື່ອ​ສະໜັບສະໜູນ​ການ​ພັດທະນາ​ຊົນນະບົດ​ໃຫ້​ຈະ​ເລີ​ນ, ​ເພີ່ມ​ທະວີແລະ​ຮັບປະກັນ​ການ​ລົງທຶນ​ຕໍ່​ການ​ພັດທະນາ​ຊົນນະບົດ​ໃຫ້​ຈະ​ເລີ​ນ, ຍຶດໝັ້ນ​ແລະ​ປັບປຸງ​ການ​ນຳພາ​ຂອງ​ພັກຕໍ່ ວຽກ​ງານ​ພັດທະນາຊົນນະບົດ, ກະສິກຳ ​ແລະ ຊາວ​ກະສິກອນ ​ແລະ​ອື່ນໆ.

​ເອກະສານ​ໄດ້​ກຳນົດ​ເປົ້າໝາຍ​ແລະ​ໜ້າ​ທີ່​ຂອງການຈັດຕັ້ງປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ຊົນນະບົດ​ໃຫ້​ຈະ​ເລີ​ນ ຄື ​ເມື່ອ​ຮອດ​ປີ 2020, ການ​ພັດທະນາຊົນນະບົດ​ຈະ​ມີ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ, ລະບຽບ ​ແລະ ລະບົບ​ນະ​ໂຍບາຍ​ໄດ້​ສ້າງ​ຂຶ້ນ​ໂດຍ​ພື້ນຖານ; ​ເມື່ອ​ຮອດ​ປີ 2035, ການ​ພັດທະນາ​ຊົນນະບົດ​ຈະ​ມີ​ຄວາມ​ຄືບ​ໜ້າ​​ແບບ​ຕັດສິນຊີ້​ຂາດ, ການ​ຫັນ​ກະສິກຳ​ແລະ​ຊົນນະບົດ​ເປັນ​ທັນ​ສະ​ໄໝ​ຈະ​ບັນລຸ​ຄວາມ​ເປັນ​ຈິງ​ໂດຍ​ພື້ນຖານ ​ແລະ ​ເມື່ອ​ຮອດ​ປີ 2050, ຊົນນະບົດຈະ​ພັດທະນາ​ຈະ​ເລີ​ນຢ່າງຮອບດ້ານ ​ແລະ​ບັນລຸ​ເປົ້າໝາຍຮອບດ້ານ ຄື ກະສິກຳ​ເຂັ້ມ​ແຂງ, ຊົນນະບົດ​ສວຍ​ງາມ ​ແລະ ຊາວ​ກະສິກອນ​ຮັ່ງມີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ