10 ຂ່າວ​ເດັ່ນ​ຈີນ-ລາວ​ປີ 2017
2018-02-05 16:58:13  cri 


10. ເທດ​ສະ​ການ​ຮູບ​ເງົາ​ດີ​ເດັ່ນ​ຂອງ​ຈີນ​ທົ່ວ​ປະ​ເທດ​ລາວ
ພິ​ທີ​ສາຍ​ຮູບ​ເງົາ​ຮອບ​ປະ​ຖົມ​ມະ​ເລີກ "ເທດ​ສະ​ການ​ຮູບ​ເງົາ​ດີ​ເດັ່ນ​ຂອງ​ຈີນ​ທົ່ວ​ປະ​ເທດ​ລາວ" ທີ່​ສະ​ຖານ​ທູດ​ຈີນ, ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ລາວ​ຮ່ວມ​ກັນ​ເປັນ​ເຈົ້າ​ພາບ, ແລະ​ຮ່ວມ​ຈັດ​ໂດຍ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ CRI ປະ​ຈຳ​ລາວ​ແລະ​ກົມ​ຮູບ​ເງົາ​ກະ​ຊວງ​ຖະ​ແຫຼງ​ຂ່າວ ວັດ​ທະ​ນະ​ທຳ​ແລະ​ທ່ອງ​ທ່ຽວ​ລາວ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວຽງ​ຈັນ​ໃນ​ວັນ​ທີ 5 ພະ​ຈິກ​ປີ 2017. ໃນ​ໄລ​ຍະ​ຈັດ​ກິດ​ຈະ​ກຳ​ດັ່ງ​ກ່າວ, ມີ​ປະ​ຊາ​ຊົນ​ລາວ 7000 ກວ່າ​ຄົນ​ຈາກ​ 8 ແຂວງ​ແລະ​ເມືອງ​ຂອງ​ລາວ​ເຊັ່ນ​ຫຼວງ​ພະ​ບາງ​ແລະ​ອື່ນໆ​ໄດ້​ຊົມ​ຮູບ​ເງົາ​ຈີນ​ເລື່ອງ "ໝາ​ປ່າ​ພະ​ຈົນ​ໄພ" ແລະ "ມະ​ເຮັງ…ຂອງ​ຂວັນ​ວັນ​ເກີດ​ຄົບ​ຮອບ 29 ປີ" ທີ່​ພາກ​ເປັນ​ພາ​ສາ​ລາວ.


1  2  3  4  5  6  7  8  9  10  
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ