ສປປ ​ເກົາຫຼີ​ຈະ​ສົ່ງ​ທ່ານ​ກິມຢົງ​ນຳ ​ພ້ອມ​ຄະນະ​ຜູ້​ແທນ​ລະດັບ​ສູງ​ໄປ​ຢ້ຽມຢາມ ສ ​ເກົາຫຼີ
2018-02-05 17:09:42  cri 
ກະຊວງ​ທ້ອນ​ໂຮມ​ປະ​ເທດ​ເປັນເອກະ​ພາບ ສ ​ເກົາຫຼີ​ເປີດ​ເຜີຍ​ໃນ​ວັນ​ທີ 4 ກຸມພາ​ນີ້ວ່າ: ​ສປປ ​ເກົາຫຼີຈະ​ສົ່ງ​ທ່ານ​ກິມຢົງ​ນຳ ປະທານ​ຄະນະ​ປະຈຳ​ສະພາ​ປະຊາຊົນ​ສູງ​ສຸດ ສປປ ​ເກົາຫຼີ ພ້ອມ​ຄະນະ​ຜູ້​ແທນ​ລະດັບ​ສູງ​ໄປ​ຢ້ຽມຢາມ ສ ​ເກົາ​ຫຼີແຕ່​ວັນ​ທີ 9 ຫາ​ວັນ​ທີ 11 ກຸມພາ​ນີ້.

​ຂ່າວສານ​ໂຢນຮັບ ສ ​ເກົາຫຼີ​ແຈ້ງ​ໃຫ້​ຮູ້​ວ່າ: ຕອນຄ່ຳວັນ​ທີ 4 ກຸ​ມພາ​ນີ້, ສ ​ເກົາຫຼີ​ໄດ້​ຮັບ​ຖະ​ແຫຼ​ງຂ່າວ​ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ລະດັບ​ສູງ ສປປ ​ເກົາ​ຫຼີ ​ເຊິ່ງນຳ​ໂດຍ​ທ່ານ ກິມຢົງ​ນຳ ຫົວໜ້າ​ຄະນະ​ຜູ້​ແທນ, ສະມາຊິກ​ຄະນະ​ຜູ້​ແທນ 3 ຄົນ ​ແລະ​ຜູ້​ຊ່ວຍ 18 ຄົນ.

ວັນ​ທີ 9 ມັງກອນຜ່ານ​ນີ້, ພາຍຫຼັງ​ຈັດການ​ເຈລະຈາ​ລະດັບ​ສູງ​ຢູ່ເຂດ​ປານ​ມູນ​ຈອມ, ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ ທີ່​ໄດ້​ເຫັນ​ເປັນ​ເອກະ​ພາບ​ກັນ​ດ້ານ​ຕ່າງໆ ຄື: ຄະນະນັກ​ກິລາ ສປປ ​ເກົາຫຼີ​ເຂົ້າ​ຮ່ວມ​ງານ​ໂອ​ແລມປິກ​ລະດູ​ໜາວ​ພຽງ​ຊາງ, ສອງ​​ຝ່າຍ​ຈັດການ​ເຈລະຈາ​ລະຫວ່າງພາກສ່ວນທະຫານ ​ແລະ​ອື່ນໆ. ​ສປປ ​ເກົາຫຼີ​ຈະ​ສົ່ງ​ຄະນະ​ຜູ້​ແທນ​ລະດັບ​ສູງ ​ແລະຄະນະ​ຜູ້​ແທນ​ຂອງ​ຄະນະ​ກຳມະການ​​​ໂອ​ແລມປິກ​ຊົນ​ເຜົ່າ​ເຂົ້າຮ່ວມ​ງານ​ໂອ​ແລມປິກ​ລະດູ​ໜາວພຽງ​ຊາງ​ຄັ້ງນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ