ນາ​ຍົກ​ຈີນ​ພົບ​ປະ​ໂອ້​ລົມ​ກັບ​ຊ່​ຽວ​ຊານ​ຕ່າງ​ປະ​ເທດ​ທີ່​ເຮັດ​ວຽກ​ຢູ່​ຈີນ​ໂອ​ກາດ​ປີ​ໃໝ່​ກຸດ​ຈີນ​ຈະ​ມາ​ເຖິງ
2018-02-06 10:19:20  cri 
ເນື່ອງ​ໃນ​ໂອ​ກາດ​ບຸນ​ກຸດ​ຈີນ ເຊິ່ງ​ເປັນ​​ບຸນ​ປີ​ໃໝ່​ຕາມປະ​ເພ​ນີຂອງ​ຈີນທີ່ຈະ​ມາ​ເຖິງ, ທ່ານຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ໂອ້​ລົມ​ກັບ​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ຈຳ​ນວນ​ໜຶ່ງ​ທີ່​ເຮັດ​ວຽກ​ຢູ່​ຈີນ​ນັ້ນ​ຢ່າງ​ສະ​ໜິດ​ສະ​ໜົມ​ຢູ່​ຫໍ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ນະ​ຄອນຫຼວງ​ປັກ​ກິ່ງໃນ​ວັນ​ທີ 5 ກຸມ​ພາ​ນີ້.

ທ່ານຫຼີ​ເຄີ້​ສຽງ​ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ​ຈີນ​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ທີ່​ຈິງ​ໃຈ​ແລະອວຍ​ພອນ​ໄຊ​ອັນ​ປະ​ເສີດ​​ໄປ​ຍັງ​ຊ່ຽວ​ຊານ​ຕ່າງ​ປະ​ເທດ​ທຸກ​ທ່ານ​ທີ່​ເຮັດ​ວຽກ​ຢູ່​ຈີນ.

ທ່ານຫຼີ​ເຄີ້​ສຽງ ເນັ້ນ​ວ່າ: ໄປ​ຄຽງ​ຄູ່​ກັບ​ຈີນ​ເປີດ​ປະ​ຕູ​ສູ່​ພາຍນອກ​ນັບ​ມື້ກວ້າງ​ອອກ, ຈີນ​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ດຶງ​ດູດ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຈາກ​ຕ່າງ​ປະ​ເທດ​ຢ່າງ​ຕັ້ງ​ໜ້າກວ່າ​ເກົ່າ​ແລະ​ສືບ​ຕໍ່​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ດີກວ່າ​ເກົ່າ​​ແລະ​ອຳ​ນວຍ​​ຄວາມ​ສະ​ດວກ​ໃນການ​ບໍ​ລິ​ການ​ທີ່​ມີ​ຄຸນ​ນະ​ພາບ​ສູງກວ່າ​ເກົ່າໃຫ້​ແກ່​ເພື່ອນ​ມິດ​ບັນ​ດາ​ປະ​ເທດ​​ທີ່ມາ​ເຮັດ​ວຽກ​ແລະ​ດຳ​ລົງ​ຊີ​ວິດ​ຢູ່​ຈີນ ທັງ​ຈັດ​ຕັ້ງ​ປະ​ຕິ​ບັດ​ມາດ​ຕະ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ຕ່າງໆ​ເປັນ​ຕົ້ນ ການ​ອອກວິ​ຊາ​​ທີ່​ສາ​ມາດໄປ​ກັບຫຼາຍ​ເທື່ອ​ເປັນ​ເວ​ລາ​ກຳ​ນົດ 5ຫາ 10 ປີ, ອອກ​​ໃບ​ອະ​ນຸ​ຍາດ​ໃຫ້ຄົນ​ຕ່າງ​ປະ​ເທດ​ດຳ​ລົງ​ຊີ​ວິດ​ຢູ່​ຈີນ​ຖາ​ວອນ​ຫຼື​ບັດ​ຂຽວໃຫ້ຫຼາຍກວ່າ​ເກົ່າ, ຫຼຸດ​ເງື່ອນ​ໄຂ​ໃນ​ການ​ຂໍ​ດຳ​ລົງ​ຊີ​ວິດ​ຢູ່​ຈີ​ນ​ຢ່າງ​ຖາ​ວອນ​ແລະ​ອື່ນໆ. ຫວັງ​ວ່າ ຊ່ຽວ​ຊານ​ຕ່າງ​ປະ​ເທດ​ຈະ​ປະ​ກອ​ບ​ສ່ວນໃຫ້​ແກ່​ການ​ສ້າງ​ສາ​ພັດ​ທະ​ນາ​ຂອງ​ຈີນ ແລະ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ພັດ​ທະ​ນາ​ຢ່າງ​ມີ​ການ​ປະ​ດິດ​ສ້າງ, ການ​ຍົກ​ລະ​ດັບ​ອຸດ​ສາ​ຫະ​ກຳ,ການ​ປັບ​ປຸງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຂອງ​ຈີນ​ເພື່ອ​ຮ່ວມ​ກັນ​ຊົມ​ໃຊ້​ໂອ​ກາດ​ການ​ພັດ​ທະ​ນາ​ນຳ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ