ການ​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ຮັບ​ຄວາມ​ຄືບໜ້າ​ຢ່າງ​ໜັກ​ແໜ້ນ
2018-02-06 11:07:26  cri 
ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ຈຳ​ກັດ​ໄດ້​ໄຂ​ກອງ​ປະ​ຊຸມ​ວຽກ​ງານ​ປະ​ຈຳ​ປີ 2017 ໃນ​ວັນ​ທີ 5 ກຸມ​ພາ​ນີ້​ໂດຍ​ປະ​ກາດ​ວ່າ ໂຄງ​ການ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ສຳ​ເລັດ​ແຜນ​ການ​ການ​ລົງ​ທຶນ​ໂດຍ​ພື້ນ​ຖານ​ໃນ​ປີ 2017ຜ່ານ​ມາ ໂດຍ​ໄດ້​ຊຸກ​ຍູ້​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຢ່າງ​ໜັກ​ແໜ້ນ ແລະ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ພົ້ນ​ເດັ່ນ​ໃນ​ການ​ຄຸ້ມ​ຄອງ​ການ​ກໍ່​ສ້າງ ແລະ​ສາ​ມາດ​ສຳ​ເລັດ​ທຸກ​ໜ້າ​ທີ່​ວຽກ​ງານ​ກໍ່​ສ້າງ​​ຂອງໂຄງ​ການ​ດັ່ງ​ກ່າວ​ໂດຍ​ພື້ນ​ຖານ ຂະ​ນະ​ດຽວ​ກັນ ການ​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ໃຫ້​ເປັນ​ທາງ​ລົດ​ໄຟ​ແຫ່ງ​ຄວາມ​ປອດ​ໃສ​ຂາວ​ສະ​ອາດ​ກໍ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ເຊັ່ນ​ກັນ. ກອງ​ປະ​ຊຸມ​ຍັງ​ໄດ້​ເປີດ​ເຜີຍ​ວ່າ ອຸ​ໂມງ​ສຳ​ຄັນທຸກ​ແຫ່ງ​ທີ່​ເປັນ​ຈຸດ​ຫຍຸ້ງ​ຍາກ​ໃນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ນັ້ນ​ກໍ​ໄດ້​ເຂົ້າ​ອຸ​ໂມງ​ເລີ່ມ​ກໍ່​ສ້າງແລ້ວ.

ສຳ​ລັບ​ປີ 2018 ນີ້, ບັນ​ດາ​ໜ່ວຍ​ງານ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ​ຈະ​ພະ​ຍາ​ຍາມ​ສູ້​ຊົນກໍ່​ສ້າງ​ອຸ​ໂມງ​ໃຫ້​ສຳ​ເລັດ 35%, ​ສ້າງ​ຂົວ​ໃຫ້​ສຳ​ເລັດ 40%, ​ພື້ນ​ທາງ​ໃຫ້​ສຳ​ເລັດ 80% ທັງ​ຈະ​ພະ​ຍາ​ຍາມ​ປ້ອງ​ກັນ​ການ​ເກີດ​ອຸ​ບັດ​ເຫດ​​ພ້ອມ​ທັງ​​ຮັບ​ປະ​ກັນ​ຄຸ​ນ​ນະ​ພາບ​ແລະ​ຄວາມ​ປອດ​ໄພ​ໃນ​ການ​ກໍ່​ສ້າງ​ໂຄງ​ການ, ​ຈະພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ບໍ່​ໃຫ້​ການ​ກໍ່​ສ້າງ​​ມີ​ຜົນກະ​ທົບ​ແລະ​ທຳ​ລາຍ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ຢ່າງ​ເດັດ​ຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ