ບໍລິສັດທາງລົດໄຟລາວ-ຈີນຈຳກັດໄດ້ໄຂກອງປະຊຸມວຽກງານປະຈຳປີ 2017 ໃນວັນທີ 5 ກຸມພານີ້ໂດຍປະກາດວ່າ ໂຄງການທາງລົດໄຟຈີນ-ລາວໄດ້ສຳເລັດແຜນການການລົງທຶນໂດຍພື້ນຖານໃນປີ 2017ຜ່ານມາ ໂດຍໄດ້ຊຸກຍູ້ການກໍ່ສ້າງພື້ນຖານໂຄງລ່າງຢ່າງໜັກແໜ້ນ ແລະໄດ້ຮັບຜົນສຳເລັດຢ່າງພົ້ນເດັ່ນໃນການຄຸ້ມຄອງການກໍ່ສ້າງ ແລະສາມາດສຳເລັດທຸກໜ້າທີ່ວຽກງານກໍ່ສ້າງຂອງໂຄງການດັ່ງກ່າວໂດຍພື້ນຖານ ຂະນະດຽວກັນ ການສ້າງທາງລົດໄຟຈີນ-ລາວໃຫ້ເປັນທາງລົດໄຟແຫ່ງຄວາມປອດໃສຂາວສະອາດກໍໄດ້ຮັບຄວາມຄືບໜ້າເຊັ່ນກັນ. ກອງປະຊຸມຍັງໄດ້ເປີດເຜີຍວ່າ ອຸໂມງສຳຄັນທຸກແຫ່ງທີ່ເປັນຈຸດຫຍຸ້ງຍາກໃນການກໍ່ສ້າງທາງລົດໄຟຈີນ-ລາວນັ້ນກໍໄດ້ເຂົ້າອຸໂມງເລີ່ມກໍ່ສ້າງແລ້ວ.
ສຳລັບປີ 2018 ນີ້, ບັນດາໜ່ວຍງານກໍ່ສ້າງທາງລົດໄຟຈີນ-ລາວຈະພະຍາຍາມສູ້ຊົນກໍ່ສ້າງອຸໂມງໃຫ້ສຳເລັດ 35%, ສ້າງຂົວໃຫ້ສຳເລັດ 40%, ພື້ນທາງໃຫ້ສຳເລັດ 80% ທັງຈະພະຍາຍາມປ້ອງກັນການເກີດອຸບັດເຫດພ້ອມທັງຮັບປະກັນຄຸນນະພາບແລະຄວາມປອດໄພໃນການກໍ່ສ້າງໂຄງການ, ຈະພະຍາຍາມຈົນສຸດຄວາມສາມາດບໍ່ໃຫ້ການກໍ່ສ້າງມີຜົນກະທົບແລະທຳລາຍສິ່ງແວດລ້ອມທຳມະຊາດຢ່າງເດັດຂາດ.