ນັກ​ເສດ​ຖະ​ສາດ​ຂອງ​ປາ​ແລັ​ສ​ຕິນ​ຮຽ​ກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ໃຊ້​ເງິນເຊ​ເຄັນ​ໃໝ່​ຂອງ​ອິ​ສ​ຣາ​ແອນ
2018-02-06 16:59:17  cri 
ວັນ​ທີ 5 ກຸມ​ພາ​ນີ້, ທ່ານ ໂມ​ຮາ​ເມັດ ອິ​ສ​ຕີ​ຢາ​ຮ໌ ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ພັດ​ທະ​ນາ​ແລະ​ສ້າງ​ສາ​ເສດ​ຖະ​ກິດ​ຄືນໃໝ່​ຂອງ​ປາ​ແລັ​ສ​ຕິນ​ກ່າວ​ວ່າ: ເພື່ອ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ປົດ​ປ່ອຍ​ຂອງ​ປາ​ແລັ​ສ​ຕິນ, ຢູ່​ໃນ​ແດນ​ປາ​ແລັ​ສ​ຕິນ​ຄວນ​ຢຸດ​ຕິ​ການ​ໃຊ້​ສະ​ກຸນ​ເງິນ​ເຊ​ເຄັນ​ໃໝ່​ຂອງອິ​ສ​ຣາ​ແອນ​ເປັນ​ເງິນ​ຕາ​ໝູນ​ວຽນ ເພື່ອ​ພົ້ນ​ອອກ​ຈາກ​ການອ​າ​ໄສ​ທາງ​ດ້ານ​ເສດ​ຖະ​ກິດ​ຕໍ່​ອິ​ສ​ຣາ​ແອນເທື່​ອ​ລະ​ກ້າວ.

ທ່ານກ່າວ​ເນັ້ນ​ວ່າ: ຖ້າ​ຢາກ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ຄວນ​ປະ​ຕິ​ບັດ​ມາດ​ຕະ​ການ​ຕ່າງໆ ໃນ​ນັ້ນ​​ສຳ​ຄັນ​ທີ່​ສຸດ​ແມ່ນ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ​ຂອງ​ປະ​ຊາ​ຊົນ​ປາ​ແລັ​ສ​ຕິນ ໂດຍ​ສະ​ເພາະ​ຄວນ​ເພີ່ມ​ຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ​ໃນ​ຂົງ​ເຂດ​ກະ​ສິ​ກຳ​ແລະ​ອຸດ​ສາ​ຫະ​ກຳ ເພື່ອ​ຕໍ່​ຕ້ານ​ແລະ​ຢຸດ​ຕິ​ການ​ນຳ​ໃຊ້​ສິນ​ຄ້າ​ຈາ​ກ​ອິ​ສ​ຣາ​ແອນ.

ໃນ​ວັນ​ທີ 6 ທັນ​ວາ​ປີ 2017, ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ປະ​ກາດ​ຮັບ​ຮອງ​ເຢ​ລູ​ຊາ​ເລັມ​ເປັນ​ນະ​ຄອນ​ຫຼວງ​ອິ​ສ​ຣາ​ແອນ ເຊິ່ງ​ໄດ້​ເຮັດ​ໃຫ້​ປາ​ແລັ​ສ​ຕິນ​​ບໍ່​ພໍ​ໃຈ​ຢ່າງ​ຮຸນ​ແຮງ. ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ອົງ​ການ​ປົດ​ປ່ອຍ​ຂອງ​ປາ​ແລັ​ສ​ຕິນ​ປະ​ກາດ​ໃນ​ວັນ​ທີ 15 ມັງ​ກອນ​ຜ່ານ​ມາ​ວ່າ: ປະ​ເທດ​ຕົນ​ຈະ​ຢຸດ​ຕິ​ການ​ຮັບ​ຮອງ​ອິ​ສ​ຣາ​ແອນ​ເປັນ​ການ​ຊົ່ວ​ຄາວ,ສັນ​ຍາ​ວ່າ​ດ້ວຍ​ສັນ​ຕິ​ພາບ​ທີ່​ສອງ​ຝ່າຍ​ໄດ້​ເຊັນຜ່ານ​ມາ​ນັ້ນ​ກໍ່​ຈະ​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້​ອີກຕໍ່​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ