ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ຂຽນ​ບົດ​ຄວາມ​ພິມ​ລົງ​ໜັງ​ສື​ພິມ​ສິງ​ກະ​ໂປ​ທີ່​ພາດຫົວ​ຂໍ້ວ່າ "ຈີນ​ແລະ​ອາ​ຊຽນ​ຮ່ວມ​ມື​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່"
2018-02-06 17:06:24  cri 
ຕາມ​ຂ່າວCRI: ວັນ​ທີ 3 ກຸມ​ພາ​ນີ້, ທ່ານ​ ຮວງຊີ່​ລຽນ​ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ອາ​ຊຽນ​ໄດ້ຂຽນ​ບົດ​ຄວາມ​ພິມລົງ​ໜັງ​ສື​ພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງ​ກະ​ໂປ​ສະ​ບັບ​ມື້​ດັ່ງ​ກ່າວທີ່​ພາດ​ຫົວ​ຂໍ້ວ່າ"ຈີນ​ແລະ​ອາ​ຊຽນ​ຮ່ວມ​ມື​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່". ທ່ານ ຮວງ​ຊີ່​ລຽນ​ຊີ້​ໃນ​ບົດ​ຄວາມ​ວ່າ, ຈີນ​ຮູ້​ສຶກ​ດີ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ການ​ພັດ​ທະ​ນາ​ແລະ​ຄວາມ​ກ້າວ​ໜ້າ​ຂອງອາ​ຊຽນ, ເຊື່ອ​ວ່າ​ອາ​ຊຽນ​ທີ່​ເຕັມ​ໄປ​ດ້ວຍ​ພະ​ລັງ​ຊີ​ວິດ​ແລະ​ເປັນ​ສິ່ງ​ອັດ​ສະ​ຈັນ​ໃນ​ຍຸກ​ປັດ​ຈຸ​ບັນ​ນີ້​ຍັງ​ຈະ​ສືບ​ໄປ​ຢ່າງ​ຕໍ່​ເນື່ອງ.

ທ່ານ ຮວງ​ຊີ່​ລຽນ ກ່າວ​ວ່າ: ປະ​ຊາ​ຊົນ​ຈີນ​ມັກ​ເວົ້າ​ວ່າ "ປະ​ເທດ​ໃກ້​ຄຽງ​ທີ່​ມີ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ເປັນ​ເລື່ອງ​ໂຊກ​​ດີ​ຕໍ່​ພວກ​ເຮົາ". ຈີນຖື​ອາ​ຊຽນ​ເປັນ​ທິດ​ບຸ​ລິ​ມະ​ສິດ​ທາງ​ການ​ທູດ​ກັບ​ປະ​ເທດ​ອ້ອມ​ຂ້າງ​ແລະ​ເຂດ​ທີ່​ສຳ​ຄັນ​ໃນ​ການ​ຮ່ວມ​ກັນ​ສ້າງ​ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ​ມາ​ໂດຍ​ຕະ​ຫຼອດ,ສຸມ​ໃສ່​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີ​ນ-ອາ​ຊຽນ​ທີ່​ມີ​ຄວາມ​ແໜ້ນ​ແຟ້ນກວ່າ​ເກົ່າ. ​ນັບແຕ່​ສອງ​ຝ່າຍ​ເລີ່ມ​ດຳ​ເນີນການເຈ​ລະ​ຈາ​ໃນ​ປີ 1991 ເປັນ​ຕົ້ນ​ມາ, ການ​ພົວ​ພັນ​ລະ​ຫວ່າງ​ຈີນ-ອາ​ຊຽນ​ໄດ້​ພັດ​ທະ​ນາ​ແລະ​ກາຍ​ເປັນ​ໜຶ່ງ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ອາ​ຊຽນ-​ຄູ່​ເຈ​ລະ​ຈາ​ທີ່​​ມີ​ພະ​ລັງ​ຊີ​ວິດ​​ແລະ​ມີ​ເນື້ອ​ໃນ​ຢ່າງ​ເລິກ​ເຊິ່ງ​ທີ່​ສຸດ​, ກາ​ນ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ໝາກ​ຜົນ​ອັນ​ອຸ​ດົມ​ສົມ​ບູນ,ໄດ້​ສ້າງ​ຄວາມ​ສົມ​ບູນ​ພູນ​ສຸກ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ປະ​ຊາ​ຊົນ​ຂອງ​ສອງ​ຝ່າຍ 2 ຕື້​ຄົນ. ປີ​ນີ້​ແມ່ນ​ປີ​ທີ່​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ-ອາ​ຊຽນ​ສ້າງ​ຕັ້ງ​ຂຶ້ນ​ຄົບ​ຮອບ 15 ປີ ແລະ​ປີ​​ປະ​ດິດ​ສ້າງ​ໃໝ່​ຈີນ​-ອາ​ຊຽນ,ຄຽງ​ຄູ່​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຈາກ​ໄລ​ຍະ​ການ​ເຕີບ​ໂຕ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາສຸກງອມ,ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍຈະ​ໄດ້​ຮັບ​ໂອ​ກາດ​ການ​ພັດ​ທະ​ນາ​ຫຼາຍກວ່າ​ເກົ່າ​ແລະ​ອະ​ນາ​ຄົດ​ແຫ່ງ​ການ​ເຕີບ​ໂຕ​ທີ່ກວ້າງ​ຂວາງກວ່າ​ເກົ່າ. ໂດຍ​ຈະ​ຜະ​ເຊີນ​ກັບ​ໂອ​ກາດ​ໃໝ່​ແລະ​ສິ່ງ​ທ້າ​ທາຍ​ໃໝ່,ຈີນ​ແລະ​ອາ​ຊຽນ​ໄດ້ຮ່ວມ​ມື​ແລະ​ຄຽງ​ບ່າ​ຄຽງ​ໄຫຼ່​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ແຫ່ງ​ການ​ເຕີບ​ໂຕ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ກໍ່​ໄດ້​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ທີ່​ມີ​ການ​ຍົກ​ລະ​ດັບ​ໃຫ້​ສູງ​ຂຶ້ນ.

ໃນ​ເດືອນ​ພະ​ຈິກ​ປີ 2017, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​​ຜູ້​ນຳ​ອົງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ອາ​ຊີ​ປາ​ຊີ​ຟິກ​ແລະ​ຜູ້​ນຳ​ອາ​ຊຽນ​ໂດຍ​ຊີ້​ວ່າ: ຄວນ​ສ້າງ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ​ທີ່​ມີ​ລະ​ດັບ​ສູງ​ສຸດ,ກ້າວ​ໄປ​ສູ່​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ອາ​ຊຽນ​ທີ່​ມີ​ຄວາມ​ແໜ້ນ​ແຟ້ນ​ຂຶ້ນກວ່າ​ເກົ່າ,ເພີ່ມ​ພະ​ລັງ​ແຮງ​ໃໝ່​ຕໍ່​ການ​ບັນ​ລຸ​ການ​ພັດ​ທະ​ນາ​ແລະ​ມີ​ຄວາມ​ຈະ​ເລີນ​ຮຸ່​ງ​ເຮືອງ​ຮ່ວມ​ກັນຂອງ​ພາກ​ພື້ນອ​າ​ຊີ​ປາ​ຊີ​ຟິກ.ໃນ​ໄລ​ຍະ​ຈັດ​ກອງ​ປະ​ຊຸມ​ຜູ້​ນຳ​ຈີນ-ອາ​ຊຽນ​ຄັ້ງ​ທີ 20 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ມາ​ນີ​ລາ​ປະ​ເທດ​ຟີ​ລິບ​ປິນ​ໃນ​ເດືອນ​ພະ​ຈິກ​ປີ​ຜ່ານ​ມາ, ທ່ານ ຫຼີ​ເຄີ້​ສຽງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ສະ​ເໜີ​ວາງ​ "ຄວາມ​ມຸ່​ງ​ຫວັງ​ປີ 2030 ແຫ່ງ​ການ​ພົວ​ພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ", ຍົກ​ລະ​ດັບ "ຂອບ​ການ​ຮ່ວມ​ມື 2+7" ຂຶ້ນ​ເປັນ "ຂອບ​ການ​ຮ່ວມ​ມື 3+X", ສ້າງ​ຂອບ​ການ​ຮ່ວມ​ມື​ໃໝ່​ທີ່​ຖື​ 3 ເສົາ​ຄ້ຳ​ໃຫຍ່ຄື: ຄວາມ​ໝັ້ນ​ຄົງ​ທາງ​ການ​ເມືອງ,ເສດ​ຖະ​ກິດ-ການ​ຄ້າ ແລະ ການ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳເປັນ​ຫຼັກ ແລະ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ເປັນ​ການ​ຮັບ​ປະ​ກັນ. ແລະ​ເຊື່ອ​ໝັ້ນ​ວ່າ,ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທັດ​ສະ​ນະ​ຄະ​​ຕິ​ແລະ​ຂໍ້​ລິ​ເລີ່ມດັ່ງ​ກ່າວ​ຈະ​ກະ​ຕຸກ​ຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍມີ​ພະ​ລັງ​ຊີ​ວິດ​ຫຼາຍ​ຂຶ້ນກວ່າ​ເກົ່າ,ພ້ອມ​ທັງ​ເພີ່ມ​ເນື້ອ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ຈີນ-ອາ​ຊຽນ​ໃຫ້​ມີ​ລັກ​ສະ​ນະທົ່ວ​ໂລກ​ແລະ​ພາກ​ພື້ນ​ຫຼາຍກວ່າ​ເກົ່າ.

ຈີນ​ແລະ​ອາ​ຊຽນ​ຄວນ​ສືບ​ຕໍ່​ສຸມ​ກຳ​ລັງ​ເພື່ອ​ຍົກ​ສູງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ. "ວິ​ໄສ​ທັດ 2030" ຈະ​ແມ່ນ​ວິ​ໄສ​ທັດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ສະ​ແດງ​ໃຫ້​ເຫັນ​ຄວາມ​ປາດ​ຖະ​ໜາ​ຮ່ວມ​ຂອງ​ປະ​ຊາ​ຊົນ​ສອງ​ຝ່າຍ​ຕໍ່​ອະ​ນາ​ຄົດ​ທີ່​ດີ​ງາມ, ສອດ​ຄ່ອງ​ກັບ​ກະ​ແສ​ຍຸກ​ສະ​ໄໝ. ຈີນ-ອາ​ຊຽນ​ທີ່​ກ້າວ​ເຂົ້າ​ສູ່​ຍຸກ​ໃໝ່​ຄວນ​ມີ​​ການໄປ​ມາ​ຫາ​ສູ່​ກັນ​ລະ​ດັບ​ສູງ​ຢ່າງ​ໃກ້​ຊິດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຍຸດ​ທະ​ສາດ​ແລະ​ການ​ສົນ​ທະ​ນາ​ດ້ານ​ນະ​ໂຍ​ບາຍ, ເພີ່ມ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ບໍ່​ຢຸດ​ຢັ້ງ. ຈີນ​ຈະ​ສະ​ໜັບ​ສະ​ໜູນ​ການ​ສ້າງ​​ປະ​ຊາ​ຄົມ​ອາ​ຊຽນ​​ຢ່າງ​ເດັດ​ດ່ຽວ, ສະ​ໜັບ​ສະ​ໜູນ​ອາ​ຊຽນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃຈ​ກາງ​ໃນ​ການ​ຮ່ວມ​ມື​ພາກ​ພື້ນ, ແລະ​ເສີມ​ຂະ​ຫຍາຍ​ບົດ​ບາດ​ໃນ​ວຽກ​ງານ​ພາກ​ພື້ນ​ແລະ​ສາ​ກົນຫຼາຍກວ່າ​ເກົ່າ​. ຈີນ​ແລະ​ອາ​ຊຽນ​ຄວນ​ຊຸ​ກ​ຍູ້​ການ​ປຶກ​ສາ​ຫາ​ລື "ກົດ​ແຫ່ງ​ການ​ປະ​ພຶດ​ຢູ່​ທະ​ເລ​ຈີນ​ໃຕ້" ເທື່ອ​ລະ​ກ້າວ, ຮ່ວມ​ກັນ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຢູ່ທະ​ເລ​ຈີນ​ໃຕ້​ກໍ​ຄື​ພາກ​ພື້ນ.

ຈີນ​ແລະ​ອາ​ຊຽນ​ຄວນ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຈອດ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ຂອງ​ສອງ​ຝ່າຍ. ຈີນ​ຍິນ​ດີ​ປະ​ຕິ​ບັດ​ຕາມ​ຫຼັກ​ການປຶກ​ສາ​ຮ່ວມ​ກັນ, ຮ່ວມ​ກັນ​ກໍ່​ສ້າງ​ແລະ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ, ເພີ່ມ​ທະ​ວີ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເຊື່ອມ​ຈອດ​ກັບ "ວິ​ໄສ​ທັດ​ປະ​ຊາ​ຄົມ​ອາ​ຊຽນ 2025" ໂດຍ​ສະ​ເພາະ​ແມ່ນການ​ເຊື່ອມ​ຈອ​ດ​ກັບ "ແຜນ​ການ​ລວມ​ອາ​ຊຽນ​ເຊື່ອມ​ຈອດ​ກັນ 2025", ຊຸກ​ຍູ້​ປະ​ຕິ​ບັດ​ໂຄງ​ການ​ສຳ​ຄັນ​ເຊື່ອມ​ຈອດ​ກັນ​ທາງ​ບົກ, ທາງ​ທະ​ເລ, ທາງ​ອາ​ກາດ​ແລະ​ທາງ​ອິນ​ເຕີ​ເນັດ. ປີ​ນີ້​ແມ່ນ​ປີ​ປະ​ດິດ​ສ້າງ​ໃໝ່​ຈີນ-ອາ​ຊຽ​ນ, ເຊິ່ງ​ສອດ​ຄ່ອງ​ກັບ​ຫົວ​ຂໍ້ "ຄວາມ​ເຂັ້ມ​ແຂງ​ແລະ​ການ​ປະ​ດິດ​ສ້າງ​ໃໝ່" ຂອງ​ອາ​ຊຽນ​ໃນ​ປີ​ນີ້​ຢ່າງ​ໃກ້​ຊິດ, ສອງ​ຝ່າຍ​ສາ​ມາດ​ດຳ​ເນີນ​ການ​ຮ່ວມ​ມື​ແລະ​ເຊື່ອມ​ຈອດ​ກັນ​ກ່ຽວ​ກັບ​ຫົວ​ຂໍ້​ດັ່ງ​ກ່າວ, ເພື່ອ​ບັນ​ລຸ​ການ​ຊ່ວຍ​ຊູ​ຍູ້​ໜູນ​ກັນ​ແລະ​ພັດ​ທະ​ນາ​ຮ່ວມ​ກັນ.

ຈີນ​ແລະ​ອາ​ຊຽນ​ຄວນ​ຮັດ​ແໜ້ນ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ປີ​ຜ່ານ​ມາ, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ຈີນ​-ອາ​ຊຽນ​ຫຼາຍກວ່າ 500 ຕື້​ໂດ​ລາ​ສະ​ຫະ​ລັດ, ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ປີ 2016 ເພີ່ມ​ຂຶ້ນ 13,8%, ໃນ​ນັ້ນ​ການ​ນຳ​ເຂົ້າ​ສິນ​ຄ້າຂອງ​ຈີນ​ຈາກ​ອາ​ຊຽນ​​ໄດ້​ເພີ່ມ​ຂຶ້ນ 20,1%, ກາຍ​ເປັນ​ຈຸດ​ດີ​ເດັ່ນ​ຈຸດ​ໜຶ່ງ​ຂອງ​ການ​ຄ້າ​ສາ​ກົນ. ຈີນ​ຍິນ​ດີ​ຕ້ອນ​ຮັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ການ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທຳ​ອິດ​ທີ່​ຈະ​ຈັດ​ຂຶ້ນ​ຢູ່ກຳ​ແພງ​ນະ​ຄອນ​ຊຽງ​ໄຮ​ໃນ​ເດືອນ​ພະ​ຈິກ​ປີ​ນີ້, ​ແລະຈີນ​ຍິນ​ດີ​ນຳ​ເຂົ້າ​ສິນ​ຄ້າ​ທີ່​ມີ​ຄຸນ​ນະ​ພາບ​ດີ​ຈາກ​ອາ​ຊຽນ​ຫຼາຍກວ່​າ​ເກົ່າ. ການ​ເຈ​ລະ​ຈາ​ກ່ຽວ​ກັບ​ການ​ຍົກ​ລະ​ດັບ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​​ໄດ້​ສ້າງ​ຂຶ້ນ​ນັ້ນກໍ​ໄດ້​ສຳ​ເລັດ​ແລ້ວ, ຫວັງ​ວ່າ​ຈະ​ສາ​ມາດ​ປະ​ຕິ​ບັດ​ຕົວ​ຈິງ​ໂດຍ​ໄວ, ເຮັດ​ໃຫ້​ຜົນ​ການ​ຍົກ​ລະ​ດັບ​ສາ​ມາດ​ສ້າງ​ຄວາມ​ສຸກ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ແລະ​ປະ​ຊາ​ຊົນ​ທັງ​ສອງ​ຝ່າຍ. ຈີນ​ຍິນ​ດີ​ຮ່ວມ​ກັບອາ​ຊຽນ, ຕັ້ງ​ໜ້າ​ຊຸກ​ຍູ້​ການ​ເຈ​ລະ​ຈາ "ຄູ່​ຮ່ວມ​ເສດ​ຖະ​ກິດ​ພາກ​ພື້ນ​ຮອບ​ດ້ານຫຼື RCEP", ແລະ​ກ້າວ​ໄປ​ສູ່​ເປົ້າ​ໝາຍ​ທີ່​ສ້າງ​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊີ​ຕາ​ເວັນ​ອອກ​ໃຫ້​ສຳ​ເລັດ​ກ່ອນ​ປີ 2020.

ຈີນ​ແລະ​ອາຊຽນ​ຄວນ​ສືບ​ຕໍ່​ຍົກ​ລະ​ດັບ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ​ໃຫ້​ສູງ​ຂຶ້ນ. ປີ 2016, ການ​ໄປ​ມາ​ຫາ​ສູ່​ກັນ​​ລະ​ຫວ່າງບຸກ​ຄົນ​ຂອງ​ສອງ​ຝ່າຍ​ບັນ​ລຸ​ເຖິງ 38 ລ້ານ​ເທື່ອ​ຄົນ. ຈີນ​ແລະ​ອາ​ຊຽນ​ສາ​ມາດ​ຖື​ໂອ​ກາດການ​ປະ​ຕິ​ບັດ "ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ການ​ທ່ອງ​ທ່ຽວ​ຈີນ-ອາ​ຊຽນ", ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ​ລະ​ຫວ່າງ​ສອງ​ຝ່າຍ​​ໃຫ້ກ້າວ​ຂຶ້ນ​ຢູ່​ລະ​ດັບ​ໃໝ່​ອີກ​ເທື່ອ​ໜຶ່ງ. ປັດ​ຈຸ​ບັນ​ຈີນ​ແລະ​ອາ​ຊຽນ​ມີ​ນັກ​ສຶກ​ສາ 2 ແສນກວ່າ​ຄົນ​ທີ່​ກຳ​ລັງ​ຮ່ຳ​ຮຽນ​ສຶກ​ສາ​​ຢູ່​ປະ​ເທດ​ຂອງ​ກັນ​ແລະກັນ​. ໃນ 3 ປີ​ຕໍ່​ໜ້າ​ຈີນ​ຈະ​ສະ​ໜອງ​ທຶນ​ການສຶກ​ສາ 2 ໝື່ນກວ່າ​ທຶນ​ໃຫ້​ແກ່​ອາ​ຊຽນ. ຈີນ​ຍິນ​ດີ​ຕ້ອນ​ຮັບ​ນັກ​ຮຽນ​ດີ​ເດັ່ນ​ອາ​ຊຽນ​ມາ​ຮຽນ​ຢູ່​ປະ​ເທດ​ຈີນ, ແລະ​ກາຍ​ເປັນ​ທູດ​ມິດ​ຕະ​ພາບ​ລະ​ຫວ່າງ​ຈີນ-ອາ​ຊຽນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ