ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ທີ່​ຮຽນ​ຢູ່​ຈີນ​ພະ​ຍາ​ຍາມ​ຝຶກອ່ານກາບກອນ​ສະ​ໄໝ​ບູ​ຮານເພື່ອ​ຢ້ຽມ​ຢາມ​ແມ່ແຟນໃນ​ບຸນ​ກຸດ​ຈີນ
2018-02-06 17:09:49  cri 


ຫວ່າງ​ມໍ່​ໆ​ມາ​ນີ້, ຢູ່​ສວນ​ສາ​ທາ​ລະ​ນະ​ໜອງ​ຊີ່ຮູ​ທີ່​ເມືອງ​ຮາງ​ໂຈ່ວ, ນັກ​ສຶກ​ສາ​ຕ່າງ​ປະ​ເທດ​ທີ່​ຮຽນ​ຢູ່​ຈີນ​ກຸ່ມ​ໜຶ່ງ​ພວມ​ຝຶກ​ອ່ານບົດ​ກາບກອນ ເຊິ່ງ​ໄດ້​ດຶງ​ດູດ​​ຜູ້​ຍ່າງ​ໄປ​ມາຢືນ​ເບິ່ງບໍ່​ໜ້ອຍ. ມີ​ຜູ້​ໜຶ່ງໄດ້​ຊ່ວຍ​​ເຂົາ​ເຈົ້າອ່ານ​ໃຫ້​ຖືກ​ສຳ​ນຽງ​ພາ​ສາ​ຈີນ. ​ຍ້ອນ​ແຟນ​ເຂົາ​ເຈົ້າ​ຈະ​ພາ​​ໄປ​ຢ້ຽມ​ຢາມ​ພໍ່​ແມ່​ຂອງ​ຕົນ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ປີ​ນີ້,ຈຶ່ງ​ຄຶດຢາກ​ຮຽນ​ອ່ານ​ຄຳອວຍ​ພອນ​ແລະ​​ຄຳ​ເວົ້າ​ທີ່​ເປັນສິ​ລິ​ມຸງ​ຄຸນ​ຕ່າງໆ. ພວກ​ນັກ​ສຶກ​ສາ​ເວົ້າ​ວ່າ,ການ​ຮຽ​ນພາ​ສາ​ຈີນ​ໄດ້​ກາຍ​ເປັນ​ເລື່ອງ​ທີ່​ທັນ​ສະ​ໄໝໃນ​ປັດ​ຈຸ​ບັນ,ຖ້າສາ​ມາດ​ອ່ານ​ກາບກອນ​ສະ​ໄໝ​ບູ​ຮານ​ໄດ້​ຈັກ​ສອງ​ສາມປະ​ໂຫຍກ​ ຈະ​ສະ​ແດງ​ໃຫ້​ເຫັນ​ວ່າ​ຕົນ​ເປັນ​ຜູ້​ທີ່​ມີ​ຄວາມ​ຮູ້​ແລະ​ຮູ້​ຈັກ​ວັດ​ທະ​ນະ​ທຳ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ຈີນ​ເປັນ​ຢ່າງ​ດີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ