ງານ​ສຳ​ມະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຈີນ-ມາ​ເລ​ເຊຍ 2018 ຈັດ​ຂຶ້ນ​ຢູ່​ກົວ​ລາ​ລຳ​ເປີ
2018-02-06 16:44:24  cri 
ງານ​ສຳ​ມະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຈີນ-ມາ​ເລ​ເຊຍ​ 2018 ທີ່​ສະ​ຖານ​ທູດ​ຈີນ​ປະ​ຈຳ​ມາ​ເລ​ເຊຍ, ສະ​ມາ​ຄົມ​ການ​ຄ້າ​ໃຫຍ່​ຈີນ​ມາ​ເລ​ເຊຍ​ແລະ​ທະ​ນາ​ຄານ​ຈີນ​ປະ​ຈຳ​ມ​າ​ເລ​ເຊຍ​ເປັນ​ເຈົ້າ​ພາບ​ຮ່ວມ​ໄດ້​ຈັດ​ຂຶ້ນ​ຢູ່​ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 5 ກຸມ​ພາ​ນີ້.

ທ່ານ​ລຽວ​​ຕຸ່ງ​ໄລ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຄົມ​ມະ​ນາ​ຄົມ​ມາ​ເລ​ເຊຍ​ກ່າວ​ວ່າ, ມາ​ເລ​ເຊຍ​ແລະ​ຈີນ​ມີ​ການ​ແລກ​ປ່ຽນ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ວັດ​ທະ​ນະ​ທຳ​ຢ່າງ​ໃກ້​ຊິດ​ໃນ​ຫຼາຍ​ປີ​ຜ່ານ​ມາ, ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຂອງ​ສອງ​ປະ​ເທດ​ກໍ​ຄວນ​ກຳ​ໂອ​ກາດຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ຊ່ວຍ​ຊູ​ຍູ້​ໜູນ​ກັນ​ແລະ​ພັດ​ທະ​ນາ​ຮ່ວ​ມ​ກັນ, ເພື່ອ​ບັນ​ລຸ​ການ "ປຶກ​ສາ​ຮ່ວມ​ກັນ, ຮ່ວມ​ກັນ​ກໍ່​ສ້າງ​ແລະ​ແບ່ງ​ປັນ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ" ຢ່າງ​ແທ້​ຈິງ.

ງານ​ສຳ​ມະ​ນາ​ຄັ້ງ​ນີ້​ຈະ​ສຸມ​ໃສ່​ຂະ​ແໜງ​ການ​ຕ່າງໆ​ເຊັ່ນ: ຂະ​ແໜງ​ການ​ການ​ກິນ​ດື່ມ, ການ​ຈໍ​ລະ​ຈອນ​ສິນ​ຄ້າ, ກະ​ສິ​ກຳ​ຍຸກ​ປັດ​ຈຸ​ບັນ, ພະ​ລັງ​ງານ​ສີ​ຂຽວ, ເສດ​ຖະ​ກິດ​ໝູນວ​ຽນ, ການ​ຜະ​ລິດ​ລົດ​ຍົນ​, ​ອຸ​ປະ​ກອນ​ເຄື່ອງ​ຈັກ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ