ໃນ​ປີ 2017 ​ເສດຖະກິດ​ອິນ​​ໂດ​ເນ​ເຊຍ​ເພີ່ມ​ຂຶ້ນ 5,07%
2018-02-06 18:07:28  cri 
​ວັນ​ທີ 5 ກຸ​ມພາ​ນີ້, ກົມ​ສະຖິຕິ​​ແຫ່ງ​ຊາດ​ອິນ​ໂດ​ເນ​ເຊຍ​ເປີດ​ເຜີຍ​ວ່າ: ​ໃນ​ປີ 2017, ລວມຍອດ​​ຜະລິດ​ຕະພັນ​ພາຍ​ໃນ ​ ຫຼື GDP ຂອງ​ປະ​ເທດ​ຕົນເພີ່ມ​ຂຶ້ນ 5,07%, ລື່ນ 5,03% ​ທຽບ​ໃສ່​ປີ 2016. ການບໍລິ​ໂພ​ກຂອງ​ຄອບ​ຄົວ​ກວມ​ຫຼາຍ​ກວ່າ 50%ຂອງGDP ​ເພີ່ມ​ຂຶ້ນ 4,95%, ການ​ລົງທຶນ​ຊັບ​ສິນ​ຄົງ​ທີ່​ເພີ່ມ​ຂຶ້ນ 6,15% ​ແລະ​ມູນ​ຄ່າການ​ສົ່ງ​ອອກ​ເພີ່ມ​ຂຶ້ນ 9,09%. ນອກຈາກ​ນີ້, GDPຂອງ​ອິນ​ໂດ​ເນ​ເຊຍ​ໃນ​ໄຕ​ມາດ​ທີ 4 ​​ໄດ້ເພີ່​ມຂຶ້ນ 5,19% ທຽບ​​ໃສ່​ໄລຍະ​ດຽວກັນ, ​ເພີ່ມ​ຂຶ້ນຫຼາຍ​ກວ່າ​ຈັງ​ຫວະ​ການ​​ເຕີບ​ໂຕ​ໃນ​ໄຕ​ມາ​ດທີ 3 ​ແລະ​ລື່ນຄາດໝາຍຂອງຕະຫຼາດ.

ນັກ​ເສດຖະສາດ​ອິນ​ໂດ​ເນ​ເຊຍກ່າວ​ວ່າ: ການ​ຟື້ນ​ຟູ​ຢ່າງ​ຕໍ່​ເນື່ອງ​ຂອງ​ກຸ່ມ​ເສດຖະກິດ​ຕົ້ນຕໍ​ໃນ​ທົ່ວ​ໂລກ ຄື ປະ​ເທດ​ຈີນ ​ແລະ​ອື່ນໆ​ໄດ້​ສົ່ງ​ເສີມ​ມູນ​ຄ່າ​ການ​ສົ່ງ​ອອກ​ຂອງ​ປະ​ເທດ​ຕົນ ​ເຊິ່ງ​ໄດ້​​ເພີ່ມ​ກຳລັງການ​ບໍລິ​ໂພ​ກພາຍ​ໃນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ