ຫວ່າງມໍ່ໆມານີ້, ທ່ານຊຸ່ຍທ່ຽນຄ໋າຍ ເອກອັກຄະລັດຖະທູດຈີນປະຈຳອາເມລິກາໄດ້ເຂົ້າຮ່ວມງານຕ້ອນຮັບບຸນກຸດຈີນທີ່ຈັດຂຶ້ນໂດຍນັກສຶກສາຈີນທີ່ໄປສຶກສາຕໍ່ຢູ່ອາເມລິກາ ແລະໄດ້ປາໄສວ່າ: ຈີນຄັດເລືອກເສັ້ນທາງພັດທະນາຂອງຕົນບົນພື້ນຖານສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຕົນ ຈີນປະກອບສ່ວນຕໍ່ປະຊາຄົມໂລກນັ້ນບໍ່ແມ່ນສິ່ງທີ່ເປັນ "ກຳລັງອັນແຫຼມຄົມ", ແຕ່ແມ່ນ "ການເລືອກໃໝ່, ກຳລັງດ້ານສະຕິປັນຍາ ແລະ ພະລັງທີ່ສ້າງສັນ".
ທ່ານຊຸ່ນທ່ຽນຄ໋າຍ ກ່າວວ່າ: ໃນໜຶ່ງປີຜ່ານມາ, ສາຍພົວພັນລະຫວ່າງຈີນ-ອາເມລິກາໂດຍລວມແລ້ວໄດ້ບັນລຸການຂ້າມຜ່ານຢ່າງໝັ້ນທ່ຽງ ແລະ ກ້າວໜ້າຢ່າງໜັກແໜ້ນ ຫຼັງລັດຖະບານອາເມລິກາຊຸດໃໝ່ສ້າງຕັ້ງຂຶ້ນ ໂດຍເຫັນໄດ້ຈາກປະມຸກລັດສອງປະເທດໄດ້ພົບປະກັນ 3 ເທື່ອ ແລະ ສົນທະນາຜ່ານທາງໂທລະສັບຫຼາຍເທື່ອ ນອກນີ້, ກົນໄກສົນທະນາຂັ້ນສູງ 4 ກົນໄກລະຫວ່າງສອງປະເທດກໍໄດ້ສຳເລັດຮອບທຳອິດຢ່າງສະດວກ.
ສາຍພົວພັນລະຫວ່າງຈີນແລະອາເມລິກາ ທີ່ເປັນສອງປະເທດໃຫຍ່ນັ້ນ ມີຄວາມສຳຄັນຫຼາຍແຕ່ກໍສັບສົນຫຼາຍ, ພັດຍັງບໍ່ແມ່ນຄວາມສະດວກແຕ່ຢ່າງດຽວ. ໃນຫຼາຍສິບປີຜ່ານມາ, ສາຍພົວພັນລະຫວ່າງສອງປະເທດລ້ວນແຕ່ພັດທະນາກ້າວເດີນໄປຂ້າງໜ້າໃນທ່າມກາງຄວາມຫຍຸ້ງຍາກແລະສິ່ງທີ່ເປັນອຸປະສັກຕ່າງໆນານາ ແຕ່ກໍສາມາດຮັກສາເສັ້ນທາງພັດທະນາຢ່າງຕັ້ງໜ້າແລະໝັ້ນທ່ຽງມາໂດຍຕະຫຼອດ.
ໃນໄລຍະຜ່ານມາ, ການພົວພັນລະຫວ່າງຈີນແລະອາເມລິກາໄດ້ປາກົດມີສະພາບທີ່ໜ້າສົນໃຈບາງຢ່າງ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງຄົນອາເມລິກາບາງຄົນຍັງຂາດຄວາມຮັບຮູ້ຕໍ່ຈີນ ແລະ ວິນິດໄສຢ່າງຜິດພາດຕໍ່ຍຸດທະສາດຂອງຈີນ ເປັນຕົ້ນ ບາງຄົນຮູ້ສຶກເສຍໃຈເນື່ອງຈາກຈີນຍຶດໝັ້ນເດີນຕາມເສັ້ນທາງພັດທະນາຂອງຕົນ ແຕ່ຄວາມຈິງແລ້ວ, ຈີນແມ່ນຄັດເລືອກເສັ້ນທາງພັດທະນາບົນພື້ນຖານສະພາບຄວາມເປັນຈິງຂອງປະເທດຕົນ, ມີທິດສະດີຂອງຕົນເປັນສິ່ງຊີ້ນຳ, ມີລະບຽບການຂອງຕົນເປັນສິ່ງຄ້ຳປະກັນ ແລະ ມີວັດທະນະທຳຂອງຕົນເປັນເສົາຫຼັກ. ສະນັ້ນ, ເສັ້ນທາງພັດທະນາຂອງພວກເຮົາບໍ່ອາດຈະປ່ຽນແປງ ແລະກໍບໍ່ຄວນປ່ຽນແປງ.
ແຕ່ກໍມີບາງຄົນເຫັນວ່າ, ຖ້າວ່າຈີນເດັດດ່ຽວຍຶດໝັ້ນເດີນຕາມເສັ້ນທາງຂອງຕົນແລ້ວ ລະຫວ່າງຈີນແລະອາເມລິກາກໍຈະເກີດການເປັນປໍລະປັກກັນຢ່າງແນ່ນອນ. ຂ້າພະເຈົ້າເຫັນວ່າ ນີ້ຄືການວິນິດໄສທີ່ຜິດພາດຢ່າງໜັກໜ່ວງຕໍ່ວັດທະນະທຳດັ້ງເດີມ ແລະ ເປົ້າໝາຍທີ່ເປັນຈິງຂອງຈີນທັງນັ້ນ. ໃນບົດລາຍງານຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຈີນຄັ້ງທີ 19 ໄດ້ລະບຸວ່າ: ຈີນຈະສືບຕໍ່ເດັດດ່ຽວປົກປັກຮັກສາຜົນປະໂຫຍດຂອງຕົນ ແລະຈີນຈະບໍ່ສະແຫວງຫາການພັດທະນາຕົນໂດຍຖືເອົາການສະຫຼະຜົນປະໂຫຍດປະເທດອື່ນເປັນຄ່າຕອບແທນ.
ຕໍ່ກໍລະນີທີ່ບາງຄົນໄດ້ມະໂນພາບໃໝ່ທີ່ເອີ້ນວ່າ "ກຳລັງອັນແຫຼມຄົມ" (Sharp Power) ເນື່ອງຈາກເກີດຄວາມສົງໄສ ແລະ ເປັນຫ່ວງຕໍ່ວັດທະນະທຳຈີນນັ້ນ ທ່ານຊຸ່ນທ່ຽນຄ໋າຍ ກ່າວວ່າ: ຖ້າວ່າພວກເຂົາເຂົ້າໃຈຫົວກະທິໃນວັດທະນະທຳຈີນຢ່າງແທ້ຈິງ, ເຂົ້າໃຈທັດສະນະດ້ານການພັດທະນາແລະເປົ້າໝາຍການພັດທະນາຂອງຈີນຢ່າງຖືກຕ້ອງແທ້ຈິງ ແລະ ໄດ້ເຫັນການປະກອບສ່ວນຂອງຈີນທີ່ມີຕໍ່ພາລະກິດຮ່ວມຂອງມວນມະນຸດດ້ານສັນຕິພາບແລະການພັດທະນາແລ້ວ, ພວກເຂົາກໍຄວນເຫັນໄດ້ວ່າ ການປະກອບສ່ວນຂອງຈີນບໍ່ແມ່ນສິ່ງທີ່ເອີ້ນວ່າ "ກຳລັງອັນແຫຼມຄົມ", ແຕ່ແມ່ນ "ການເລືອກໃໝ່, ກຳລັງດ້ານສະຕິປັນຍາ ແລະ ພະລັງທີ່ສ້າງສັນ". ການພັດທະນາຂອງຈີນໄດ້ພິສູດແລ້ວວ່າ ໃນໂລກນີ້ບໍ່ແມ່ນມີພຽງເສັ້ນທາງດຽວເທົ່ານັ້ນ ປະເທດຕ່າງໆ ກໍສາມາດເດີນຕາມເສັ້ນທາງພັດທະນາທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງຕົນ. ຂະນະທີ່ຈີນສະເໜີໃຫ້ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ສ້າງການພົວພັນສາກົນແບບໃໝ່ ແລະອື່ນໆ ໄດ້ສະແດງໃຫ້ເຫັນເຖິງສະຕິປັນຍາຂອງຈີນສຳລັບບັນຫາທີ່ວ່າ "ມະນຸດເຮົາຄວນເດີນໄປຕາມເສັ້ນທາງຄືແນວໃດໃນສະຕະວັດທີ 21" ແລະ ຈີນປະກອບສ່ວນຕໍ່ປະຊາຄົມໂລກນັ້ນ ຄື ພະລັງທີ່ສ້າງສັນ.