ເຈົ້າໜ້າ​ທີ່​ຂັ້ນສູງ​ຟິລິບ​ປິນ​ທັດສະນະ​ສຶກສາ​ດ້ານ​ທຸລະ​ກິດ​ເອ​ເລັກ​ໂຕຣນິກຢູ່ສຳນັກງານ​ໃຫຍ່​ບໍລິສັດ​ອາລີ​ບາ​ບາ
2018-02-07 15:56:43  cri 

ໜັງສືພິມ​ "ການ​ຄ້າ​ຟິລິບ​ປິນ" ລາຍ​ງານ​ວ່າ ຫວ່າງ​ມໍ່ໆ​ມາ​ນີ້, ຄະນະ​​ເຈົ້າໜ້າ​ທີ່​ຂັ້ນສູງ​ຟິລິບ​ປິນ ຈາກ​ກະຊວງ​ການ​ຕ່າງປະ​ເທດ, ກະຊວງງົບປະມານ, ທະນາຄານ​ກາງຟິລິບ​ປິນ ​ແລະ​ອື່ນໆ ​​ເຊິ່ງນຳພາ​ໂດຍ​ທ່ານ​ຄາ​ໂລ​ສ ​ໂດ​ມິ​ງກັສ ລັດຖະມົນຕີ​ກະຊວງ​ການ​ເງິນຟິລິບ​ປິນ ​​ໄດ້​ເດີນທາງ​ໄປ​ຢ້ຽມຢາມສຳນັກງານ​ໃຫຍ່​ກຸ່ມ​ບໍລິສັດ​ອາລີ​ບາ​ບາ ​ເຊິ່ງ​ເປັນ​ບໍລິສັດດຳ​ເນີນ​ທຸລະ​ກິດ​ຜ່ານ​ທາງ​ເອ​ເລັກ​ໂຕຣານິກຂອງ​ຈີນ ​ເພື່ອ​ສຶກສາ​ວ່າ​ຈະ​ເຮັດ​ແນວ​ໃດ​ເພື່ອມາ​ພັດທະນາ​ການ​ຄ້າ​ເອ​ເລັກ​ໂຕຣານິກປະ​ເທດ​ຕົນ.

ທ່ານ​ໂດ​ມິ​ງກັສ ກ່າວ​ວ່າ: ຫວັງ​ວ່າ​ການ​ທັດສະນະ​ສຶກສາຄັ້ງນີ້​ຈະ​ເຮັດ​ໃຫ້​ຟິລິບ​ປິນພັດທະນາ​ທັນກັບປະ​ເທດ​ອື່ນ ​ແລະ ພັດທະນາ​ແບບ​ກ້າວ​ກະ​ໂດດ. ​ກ່ອນ​ຈະ​ເດີນທາງ​ໄປ​ບໍລິສັດ​ດັ່ງກ່າວ, ທ່ານ​ປະທານາທິບໍດີ ໂຣດຣີ​ໂກ ດູ​ເຕີ​ເຕ​ ກໍ​ໄດ້​ສົນທະນາ​ກັບ​ຕົນ​ເປັນ​ພິ​ເສດ​ ​ໂດຍ​ໃຫ້​ທ່ານ​​ຕ້ອງຖອດ​ຖອນ​ບົດຮຽນ​ນຳ​ອາລີ​ບາ​ບາ ​ແລະ ຈີນ​ໃຫ້ຫຼາຍ ​ແລະ ນຳ​ໃຊ້​ຄວາມ​ຮູ້​ເຫຼົ່ານີ້​ເຂົ້າ​ໃນ​ການ​ແກ້​ໄຂ​ບັນຫາ​ເສດຖະກິດ-ສັງຄົມ​ ​ປະ​ເທດ​ຕົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ