ການ​ປະຕິ​ຮູບ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ບໍ່​ຄວນ​ກຳນົດ​ເວລາ​ແບບ​ຕາຍ​ຕົວ
2018-02-07 15:58:46  cri 

ວັນ​ທີ 6 ກຸມພາ​ນີ້​ຕາ​ມ​ເວລາ​ທ້​ອງຖິ່ນ, ສະພາ​ຄວາມ​ໝັ້ນຄົງ​ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ຈັດ​ກອງ​ປະຊຸມ​ອະພິປາຍ​​ແບບ​ເປີດ​ເຜີຍ​ກ່ຽວ​ກັບ​ວິທີ​​ເຮັດ​ວຽກ​ຂອງ​ຕົນ ​ແລະ ທ່ານໝ໋າຈ່າວ​ຊີ້ ຜູ້ຕາງໜ້າ​ຖາວອນ​ຂອງ​ຈີນ​ປະຈຳ​ອົງການ​ສະຫະ​ປະຊາ​ຊາດ​ຄົນ​ໃໝ່ ກໍ​ໄດ້ປະກອບ​ຄຳ​ເຫັນ ​ໂດຍ​ຊີ້​ວ່າ: ການ​ປະຕິ​ຮູບ​ສະພາ​ຄວາມ​ໝັ້ນຄົງ ຄວນ​ຍຶດໝັ້ນ​ແນວ​ຄວາມ​ຄິດ​ແກ້​ໄຂ​ຮອບດ້ານ ​​ເພື່ອ​ສະ​ແຫວ​ງຫາ​​ແຜນການ​ແກ້​ໄຂບັນຫາ​ແບບ​ລວດ​ດຽວ.

ທ່ານໝ໋າຈ່າວ​ຊີ້ ກ່າວ​ວ່າ: ຈີນ​ສະໜັບສະໜູນ​ໃນ​ການ​ປັບປຸງ​ວິທີ​ເຮັດ​ວຽກຂອງ​ສະພາ​ຄວາມ​ໝັ້ນຄົງ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເສີມ​ສ້າງ​ຄວາມ​ສາມາດ​ ​ແລະ ປະສິດທິພາບ​ຂອງການ​ປະຕິບັດ​ງານ​ຂອງ​ສະພາ​ຄວາມ​ໝັ້ນຄົງ ​ເພື່ອ​ຮັບ​ມື​ກັບ​ໄພ​ຂົ່ມຂູ່​ຕໍ່​ສັນຕິພາບ​ແລະ​ຄວາມ​ໝັ້ນຄົງ​ໃນ​ໂລກ​ຢ່າງ​ມີ​ປະສິດທິ​ຜົນ ​ແຕ່​ການ​ປະຕິ​ຮູບ​ສະພາ​ຄວາມ​ໝັ້ນຄົງ​ຄວນ​ຊອກ​ຫາ​ທິດ​ທາງ​ທີ່​ຖືກຕ້ອງ ຄື ໜຶ່ງ, ສຸມ​ໃສ່​ບັນຫາ​ຈຸດ​ສຸມ, ພ້ອມ​ທັງຮັບປະກັນ​ປະສິດທິ​ຜົນ​ຂອງ​ການ​ປະຕິບັດ​ໜ້າ​ທີ່. ສອງ, ຍຶດໝັ້ນປຶກສາ​ຫາລື​ຢ່າງ​ມີ​ປະຊາທິປະ​ໄຕ, ຮັບປະກັນ​ການ​ຕັດສິນ​ນະ​ໂຍບາຍ​ແບບ​ລວມໝູ່ ​ແລະ ສາມ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ​​ໃຫ້​ຄວາມ​ສຳຄັນ​ຕໍ່​ຄວາມ​ເຫັນ​ຂອງ​ບັນດາ​ຝ່າຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ