ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການຂອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ອັດ​ລົງ​ຢູ່​ສິງ​ກະ​ໂປ
2018-02-07 16:05:47  cri 
ກອງ​ປະ​ຊຸມ​ບໍ່​ເປັນ​ທາງ​ການ​​ຂອງລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ອັດ​ລົງ​ຢູ່​ສິງ​ກະ​ໂປໃນ​ວັນ​ທີ 6 ກຸມ​ພາ​ນີ້, ​ໃນ​ວາ​ລະ​ດຳ​ເນີນກອງ​ປະ​ຊຸມ​ເປັນ​ເວ​ລາ 3 ວັນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຕ່າງໆ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ພາກ​ພື້ນ​ແລະ​ສາ​ກົນ​.

ທ່ານ​ວິ​ວຽນ ບະ​ລະ​ຄ​ຣິ​ສ​ນັນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສິງ​ກະ​ໂປ​ອອກ​ຖະ​ແຫຼງ​ການ​ໃນ​ມື້​ດັ່ງ​ກ່າວ​ວ່າ, ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ທິດ​ທາງ​ພັດ​ທະ​ນາ​ຂອງ​ການ​​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ​ແລະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຕໍ່​ຕ່າງ​ປະ​ເທດ​ຂອງ​ອາ​ຊຽນ, ບັນ​ດາ​ທ່ານ​ລ້ວນ​ແຕ່​ເຫັນ​ວ່າ, ມີ​ຄວາມ​ຈຳ​ເປັນ​ເພີ່ມ​ທະ​ວີຄວາມ​ເຂັ້ມ​ແຂງ​ດ້ານ​ການ​ທະ​ນາ​ຄານແລະ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ​ອາ​ຊຽນ​ຕື່ມ​ອີກ, ລົງ​ເລິກ​ການ​ພົວ​ພັນ​ເສ​ດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ອາ​ຊຽນ​ກັບ​ຄູ່​ຮ່ວມ​ຕ່າງ​ປະ​ເທດ.

​ຖະ​ແຫຼງ​ການ​ດັ່ງ​ກ່າວ​ຍັງ​ລະ​ບຸ​ວ່າ, ອາ​ຊຽນ​ໄດ້​ຮັບ​ຮູ້​ຜົນ​ປະ​ໂຫຍດ​ທີ່​ຮັບ​ປະ​ກັນ​ໃຫ້​ທະ​ເລ​ຈີນ​ໃຕ້​ເປັນ​ທະ​ເລ​​ແຫ່ງສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ.

ນອກ​ນີ້, ບັນ​ດາລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​​ອາ​ຊຽນ​ປະ​ເທດ​ຕ່າງໆ​ຍັງ​ໄດ້​ແລກ​ປ່ຽນ​ຄວາມ​ຄິດ​ເຫັນ​ກ່ຽວ​ກັບ​ບັນ​ຫາ​ລັດ​ທິ​ກໍ່​ການ​ຮ້າຍ, ຄວາມ​ໝັ້ນ​ຄົງ​ທາງ​ອິນ​ເຕີ​ເນັດ​ແລະ​ອາ​ຊະ​ຍະ​ກຳ​ຂ້​າມ​ຊາດ, ແລະ​ໄດ້​ປຶກ​ສາ​ຫາ​ລື​ສະ​ຖາ​ນະ​ການ​ຕາ​ເວັນ​ອອ​ກ​ກາງ​ແລະ​ແຫຼມ​ເກົາ​ຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ