ຄະ​ນະ​ກຳມະການ​ເລືອກຕັ້ງ​ສູນ​ກາງຣັດ​ເຊຍ​ລົງທະບຽນ​ໃຫ້ທ່ານປູ​ຕິນ​ເປັນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ຢ່າງ​ເປັນ​ທາງ​ການ
2018-02-07 14:57:42  cri 
ວັນ​ທີ 6 ກຸ​ມພາ​ນີ້, ຄະນະ​ກຳມະການ​ເລືອກ​​ຕັ້ງ​ສູນ​ກາງຣັດ​ເຊຍ​ປະກາດ​ວ່າ​ໄດ້​ລົງທະບຽນ​ໃຫ້​ທ່ານ ວຣາ​ດີ​ເມຍ ປູ​ຕິນ​ເປັນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີ​ຢ່າງ​ເປັນ​ທາງ​ການ​ທີ່​ຈະຈັດ​ຂຶ້ນ​ໃນ​ເດືອນມີນາ​ປີ​ນີ້​.
ນອກຈາກ​ທ່ານ​ປູ​ຕິນ​ແລ້ວ, ຍັງ​ມີ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງອີກ​ຫຼາຍ​ທ່ານ ຄື ທ່ານ​ວຣາດີ​ເມຍ ຊິ​ຣິນ໋ອຟ​ສກີຈາກພັກ​ເສລີ​ປະຊາທິປະ​ໄຕຣັດ​ເຊຍ ​ແລະ​ທ່ານ​ປະ​ໂວ ກຣູດິນ​ນິນຈາກ​ພັກ​ກອມ​ມູນິດ​ຣັດ​ເຊຍ. ​ແລ້ວ​ຄະນະ​ກຳມະການ​ດັ່ງກ່າວ​ຍັງ​ຈະ​ລົງທະບຽນ​​ໃຫ້​ທ່ານ ຢາວລິນ​ສກີ​ຈາກ​ພັກຢາ​ບລູ​ໂກ ​ແລະ​ອື່ນໆ​ເປັນ​ຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ປະທານາທິບໍດີຣັດ​ເຊຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ