ທະນາຄານ​ລົງທຶນພື້ນຖານ​ໂຄງ​ລ່າງ​ອາຊີ ຫຼື AIIB ຈະ​ຮ່ວມ​ມື​ກັບ​ມາ​ເລ​ເຊຍ​ດຳ​ເນີນ​ການ​ກໍ່ສ້າງ​ພື້ນຖາ​ນ​ໂຄງ​ລ່າງ
2018-02-07 16:26:20  cri 
ວັນ​ທີ 6 ກຸ​ມພາ​ນີ້, ທ່ານ​ຈີ່ນລີ້​ຊຸນ ອຳນວຍ​ການ​​ໃຫຍ່ທະນາຄານ​​ລົງ​ທຶນ​ພື້ນຖານ​​ໂຄງ​ລ່າງ​ອາຊີ​ກ່າວ​ຢູ່​ນະຄອນຫຼວງກົວ​ລາ​ລຳ​ເປີປະ​ເທດ​ມາ​ເລ​ເຊຍວ່າ: ທະນາຄານ​ຕົນ​ຈະ​ຮ່ວມ​ມື​ກັບປະ​ເທດ​ມາ​ເລ​ເຊຍ ​ເພື່ອ​ດຳ​ເນີນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃນ​ອາ​ຊຽນທາງ​ດ້ານ​ຄົມມະ​ນາ​ຄົມ​ຂົນ​ສົ່ງ, ການ​ຜະ​ລິດ​ໄຟ​ຟ້າ, ສົ່ງ​ໄຟຟ້າ, ທ່າ​ກຳ​ປັ່ນທະ​ເລ, ສະໜາມ​ບິນ ​ແລະ​ອື່ນໆ.

ນັບ​ແຕ່​​ໄດ້ສ້າງ​ຕັ້ງ​ທະນາຄານ​​ລົງທຶນພື້ນຖານ​ໂຄງ​ລ່າງ​ອາຊີ​​ໃນ​ເດືອນ​ມັງກອນ​ປີ 2016 ເປັນ​ຕົ້ນ​ມາ, ມີປະ​ເທດສະມາຊິກຈາກ 57​ ​ປະ​ເທດ​ເທົ່າ​ນັ້ນ​ເຖິງ 84 ປະ​ເທດ​ແລ້ວ. ​ໃນ​ສອງ​ປີ​ທີ່​ຜ່ານ​ມາ, AIIBໄດ້​ຮັບ​ການ​ສະໜັບສະໜູນຈາກ​ບັນດາ​ປະ​ເທດ​ທົ່ວ​ໂລກ. ທ່ານ​ຈີ່ນລີ້​ຊຸນ​ຢືນຢັນວ່າ: AIIBຈະ​ສືບ​ຕໍ່​ຮັກສາ​ທັດສະນະ​ເປີດ​ປະຕູ​ສູ່​ໂລກ​ພາຍ​ນອກ​ໂດຍ​ສະ​ເພາະ​ຕໍ່​ປະ​ເທດ​ຕ່າງໆ​ທີ່​ຍັງ​ບໍ່​ທັນ​ເຂົ້າ​ເປັນ​ສະມາຊິກ, ​ເຖິງ​ແມ່ນ​ວ່າຈະ​ມີ​ບາງ​ປະ​ເທດ​ຍັງບໍ່​ທັນ​ໄດ້​ເຂົ້າ​ເປັນ​ສະມາຊິກ​ກໍ່ຕາມ, ​ແຕ່AIIBກໍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ບຸກຄະລາ​ກອນ, ນັກ​ວິຊາ​ການ ​ແລະສະ​ຖາ​ບັນ​ການ​ເງິນຂອງ​ປະ​ເທດ​ເຫຼົ່າ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ