ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ຕີ​ລາ​ຄາ​ປັກ​ກິ່ງ​ໃນ​ການ​ກະ​ກຽມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ
2018-02-08 10:26:27  cri 
ທ່ານ​ໂທ​ມັ​ສ ບາ​ຊ ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ໄດ້​ຢືນ​ຢັນ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ເມືອ​ງ​ພຽງ​ຊາງ ສ ເກົາຫຼີ​ໃນ​ວັນ​ທີ 7 ກຸມ​ພາ​ນີ້​ວ່າ: ງານ​​ມະ​ຫາ​ກຳກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ພຽງ​ຊາງ​ໄດ້​ກຽມ​ພ້ອມ​ຮຽບ​ຮ້ອຍ​ແລ້ວ, ສຳ​ລັບ​ຂໍ້​ກຳ​ນົດ​ໃໝ່​ກ່ຽວ​ກັບ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ຢ່າງ​ປະ​ຢັດ​ມັດ​ທະ​ຍັດ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ​ນັ້ນ, ທ່ານ​ຫວັງ​ວ່າ ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022 ຈະ​ສາ​ມາດ​ກາຍ​ເປັນ​ແບບ​ຢ່າງ​ໃໝ່.

ທ່ານ​ບາ​​ຊ​ກ່າວ​ວ່າ: ​ຂໍ້​ກຳ​ນົດ​ໃໝ່​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ໄດ້​ເລີ່ມ​ເກີດ​ມີ​ປະ​ສິດ​ທິ​ຜົນ​ແລ້ວ​ໃນ​ຂະ​ບວນ​ການ​ກະ​ກຽມ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022. ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ຄະ​ນະ​ກຳ​ມະ​ການ​ຈັດ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລ້ວ ແລະ​ປັກ​ກິ່ງ​ກໍ​​ເຮັດໄດ້​ດີຫຼາຍ​ໃນ​ການ​ປະ​ຕິ​ບັດ​ງານ, ງານ​​ມະ​ຫາ​ກຳກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ກາຍ​ເປັນ​​ແບບ​ຢ່າງ​ໃໝ່​ແລ້ວ​ໃນ​ການ​ປະ​ຕິ​ບັດ​ຂໍ້ກຳ​ນົດ​ໃໝ່​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ. ຂະ​ນະ​ດຽວ​ກັນ, ທ່ານ​ບາ​ຊ​ຍັງ​ສະ​ແດງ​ຄວາມ​ພໍ​ໃຈ​ທີ່​ສຸດ​ຕໍ່​ແຜນ​ການ​ການ​ຕະຫຼາດ​ຂອງ​ງານ​ມະ​ຫາ​ກຳ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ນັບ​ມາ​ຮອດ​ປັດ​ຈຸ​ບັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ