ສິງກະໂປເປັນປະເທດປະທານໝູນວຽນຂອງອາຊຽນປີ 2018, ກອງປະຊຸມຕ່າງໆຂອງອາຊຽນປີນີ້ກໍໄດ້ໄຂຂຶ້ນຢູ່ສິງກະໂປຢ່າງເປັນທາງການຕາມລຳດັບຄື ກອງປະຊຸມບໍ່ເປັນທາງການຂອງລັດຖະມົນຕີການຕ່າງປະເທດອາຊຽນ, ກອງປະຊຸມບໍ່ເປັນທາງການຂອງລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ ກໍຄືກອງປະຊຸມບໍ່ເປັນທາງການຂອງລັດຖະມົນຕີກະຊວງປ້ອງກັນປະເທດຈີນ-ອາຊຽນ.
ໃນກອງປະຊຸມບໍ່ເປັນທາງການຂອງລັດຖະມົນຕີການຕ່າງປະເທດອາຊຽນທີ່ອັດລົງໃນວັນທີ 6 ກຸມພານີ້, ລັດຖະມົນຕີກະຊວງການຕ່າງປະເທດຂອງ 10 ປະເທດອາຊຽນໄດ້ຫາລືຫົວຂໍ້ຕ່າງໆທີ່ບັນດາປະເທດໃນພາກພື້ນມີຄວາມສົນໃຈເຊັ່ນ ສະຖານະການຄວາມໝັ້ນຄົງໃນພາກພື້ນ,ສະຖານະການຕາເວັນອອກກາງແລະແຫຼມເກົາຫຼີ, ການຮັບມືກັບລັດທິກໍ່ການຮ້າຍ, ການ ສ້າງປະຊາຄົມອາຊຽນ, ການສ້າງເຄືອຂ່າຍຕົວເມືອງສະມາດ, ການສົ່ງເສີມການພັດທະນາການຄ້າເອເລັກໂຕຣນິກແລະອື່ນໆ.
ໃນຖະແຫຼງການທີ່ເປີດເຜີຍຫຼັງກອງປະຊຸມດັ່ງກ່າວ, ທ່ານວິວຽນ ບາລາຄຣິສນານ ລັດຖະມົນຕີກະຊວງການຕ່າງປະເທດສິງກະໂປທີ່ເປັນປະທານຂອງກອງປະຊຸມຄັ້ງນີ້ໄດ້ຢືນຢັນວ່າ ບັນດາລັດຖະມົນຕີການຕ່າງປະເທດອາຊຽນເປັນເອກະພາບກັນວ່າ: ມີຄວາມຈຳເປັນຕ້ອງເພີ່ມຄວາມເຂັ້ມແຂງຂອງອາຊຽນໃນດ້ານການທະນາຄານແລະເສດຖະກິດມະຫາພາກ ທັງລົງເລິກການພົວພັນດ້ານເສດຖະກິດການຄ້າລະຫວ່າງອາຊຽນກັບຄູ່ຮ່ວມມືພາຍນອກ. ທ່ານວິວຽນ ບາລາຄຣິສນານ ກ່າວຕື່ມວ່າ: ອາຊຽນຮັບຮູ້ເຖິງການຮັບປະກັນຜົນປະໂຫຍດຂອງທະເລຈີນໃຕ້ໃນຖານະເປັນທະເລແຫ່ງສັນຕິພາບ, ສະຖຽນລະພາບແລະ ຄວາມຈະເລີນຮຸ່ງເຮືອງ.
ກອງປະຊຸມບໍ່ເປັນທາງການຂອງລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນໄດ້ຈັດຂຶ້ນໃນຕອນບ່າຍວັນທີ 6 ກຸມພານີ້ໂດຍການເປັນປະທານຂອງທ່ານ ອຶງເອງ ເຮນ ລັດຖະມົນຕີກະຊວງປ້ອງກັນປະເທດສິງກະໂປ. ຕາມຖະແຫຼງການສະບັບໜຶ່ງທີ່ເປີດເຜີຍຫຼັງກອງປະຊຸມ, ບັນດາລັດຖະມົນຕີກະຊວງປ້ອງກັນປະເທດເຫັນດີສະໜັບສະໜູນອາຊຽນເພີ່ມທະວີການຮ່ວມມືຕ້ານການກໍ່ການຮ້າຍ,ເພີ່ມຄວາມສາມາດຂອງປະເທດສະມາຊິກໃນການຮັບມືກັບອາວຸດຊີວະພາບ,ອາວຸດເຄມີແລະອາວຸດນິວເຄລຍ ທັງກ່າວຢ້ຳເຖິງຄວາມສຳຄັນຂອງກົດລະບຽບ ວ່າດ້ວຍການພົບກັນທາງທະເລຢ່າງບັງເອີນ ເຊິ່ງຈີນແລະອາຊຽນໄດ້ລົງນາມໃນປີ 2016.
ບັນດາລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນເຫັນວ່າ: ລັດທິກໍ່ການຮ້າຍເປັນໄພຂົ່ມຄູ່ຕົ້ນຕໍຂອງພາກພື້ນ, ຖະແຫຼງການລະບຸວ່າ, ບັນດາລັດຖະມົນຕີກະຊວງປ້ອງກັນປະເທດບໍ່ພຽງແຕ່ເຫັນດີ ເພີ່ມການຮ່ວມມືເພື່ອຮັບມືກັບໄພຂົ່ມຂູ່ຈາກລັດທິກໍ່ການຮ້າຍທີ່ເກີດຂຶ້ນຢ່າງຕໍ່ເນື່ອງ ທັງໄດ້ເນັ້ນເຖິງຄວາມສຳຄັນຂອງການສ້າງສາພັດທະນາຄືນໃໝ່ຫຼັງເກີດເຫດໂຈມຕີແບບກໍ່ການຮ້າຍ. ຖະແຫຼງການຍັງໄດ້ລະບຸເຖິງຄວາມສຳຄັນຂອງການປະສານສົມທົບກັນລະຫວ່າງອາຊຽນກັບຄູ່ເຈລະຈາເພື່ອຮັບມືກັບໄພຂົ່ມຂູ່ຈາກລັດທິກໍ່ການຮ້າຍອີກດ້ວຍ. ຫຼັງກອງປະຊຸມ, ບັນດາລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນຍັງໄດ້ລົງນາມໃນຖະແຫຼງການຮ່ວມວ່າດ້ວຍການຕ້ານລັດທິກໍ່ການຮ້າຍໃນພາກພື້ນ.