ກອງ​ປະຊຸມ​ບໍ່​​ເປັນ​ທາງ​ການ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ-ອາ​ຊຽນຄັ້ງທີ 8 ຈັດ​ຂຶ້ນຢູ່​ສິງກະ​ໂປ
2018-02-08 13:33:23  cri 

ກອງ​ປະຊຸມ​ບໍ່​​ເປັນ​ທາງ​ການ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ-ອາ​ຊຽນຄັ້ງທີ 8 ​ໄດ້ຈັດ​ຂຶ້ນຢູ່​ສິງກະ​ໂປ​ໃນ​ວັນ​ທີ 6 ກຸມພາ​ນີ້ ​ໂດຍ​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ​ອຶງ​ເອງ​ເຮ​ນ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສິງກະ​ໂປ ປະ​ເທດ​ປະທານ​ໝູນວຽນ​ອາ​ຊຽນ ​ແລ​ະທ່ານ​ສາງ​ວ້ານສວນ ທີ່​ປຶກສາ​ແຫ່ງ​ລັດ ທັງ​ເປັນລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ.

ທ່ານ​ສາງ​ວ້ານສວນ ກ່າວ​ວ່າ: ຈີນ​ຍຶດໝັ້ນເດີນຕາມເສັ້ນທາງພັດທະນາໂດຍສັນຕິ, ຖືເອົາອາຊຽນເປັນທິດທາງບຸລິມະສິດຂອງນະໂຍບາຍການຕ່າງປະເທດກັບປະເທດອ້ອມຂ້າງຂອງຈີນຢ່າງສະເໝີຕົ້ນສະເໝີປາຍ, ຍຶດໝັ້ນຮ່ວມກັບອາຊຽນເປັນບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ຄູ່ຮ່ວມທີ່ດີ ​ແລະຈະເລີນຮຸ່ງເຮືອງຮ່ວມກັນ, ມີຄວາມໝັ້ນຄົງຮ່ວມກັນ ແລະ ຮ່ວມທຸກຮ່ວມສຸກ. ໃນຊຸມປີຜ່ານມາ, ໂດຍປະຕິບັດຕາມຂໍ້ຕົກລົງຮ່ວມລະຫວ່າງທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ຜູ້ນຳບັນດາປະເທດອາຊຽນ, ອົງການປ້ອງ​ກັນ​ປະ​ເທດ​ລະຫວ່າງ​ຈີນ​ແລະ​ອາ​ຊຽນ​ໄດ້​ໄປ​ຕາມ​ທ່າ​ອ່ຽງຂອງ​ຍຸກ​ສະ​ໄໝ, ກຳຈັດ​ສິ່ງ​ກີດຂວາງ, ​ໄວ້​ເນື້ອ​ເຊື່ອ​ໃຈ​​ແລະ​ເຂົ້າ​ໃຈເຊິ່ງກັນ​ແລະ​ກັນ​, ຮັກສາ​ການ​ແລກປ່ຽນ ​ແລະ ສຸມ​ໃສ່​ການ​ຮ່ວມ​ມື​ກັນ ​ໄດ້​ເສີມ​ຂະຫຍາຍ​ບົດບາດຢ່າງຕັ້ງໜ້າ​ຕໍ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​​ໃນ​ພາກ​ພື້ນ. ຈີນ​ຍິນ​ດີ​ສາມັກຄີ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ, ບໍ່​ຫຼົງລືມອຸດົມ​ການ​ແຕ່​ຫົວທີ​ຂອງ​ການ​ຮ່ວມ​ມື, ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ເດັດດ່ຽວ​ຕໍ່​ການ​ຮ່ວມ​ມື ​ແລະ ຮູ້​ຈຸດ​ສຳຄັນ​ຂອງ​ການ​ຮ່ວມ​ມື​ຢ່າງ​ຖືກຕ້ອງ, ຊຸກຍູ້​ປະຕິບັດ​​ແຜນການຝຶກຊ້ອມຮ່ວມ​ທາງ​ທະ​ເລ, ການ​ຮ່ວມ​ມື​ຕ້ານ​ລັດທິ​ກໍ່​ການ​ຮ້າຍ ​ແລະ​ອື່ນໆ ​ເພື່ອ​ປະກອບສ່ວນ​ອັນ​ໃຫຍ່ຫຼວງກວ່າ​ເກົ່າ​ໃນ​ການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຈີນ-ອາ​ຊຽນ​ໃຫ້​ແໜ້ນ​ແຟ້ນຍິ່ງ​ຂຶ້ນ.

ທ່ານ​ອຶງ​ເອງ​ເຮ​ນ ​ແລະ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນທ່ານ​ອື່ນໆ ​ໄດ້​ຕີ​ລາຄາ​ສູງ​ຕໍ່​ຂໍ້​ລິ​ເລີ່​ມການ​ສ້າງ​ປະຊາ​ຄົມ​ຮ່ວມ​ຊາຕາກຳ​ຈີນ-ອາ​ຊຽນ ທີ່​ສະ​ເໜີ​ໂດຍ​ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດຈີນ ​ແລະ ​ຊົມ​ເຊີຍ​ຈີນຍຶດໝັ້ນ​ເດີນ​ຕາມ​ເສັ້ນທາງພັດທະນາ​ໂດຍ​ສັນຕິ ທັງ​ກ່າວ​ວ່າ ຍິນ​ດີ​ຖື​ເອົາ​ການ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ອາ​ຊຽນ-ຈີນຄົບຮອບ 15 ປີ​ເປັນ​ໂອກາດ, ສືບ​ຕໍ່​ຮັກສາ​ການ​ແລກປ່ຽນ​ກັບ​ຈີນ​ຢ່າງ​ແໜ້ນ​ແຟ້ນ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ສອງ​ຝ່າຍ, ລົງ​ເລິກ​ໄມຕີຈິດ​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ລະຫວ່າງ​ສອງ​ຝ່າຍ, ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ ​ແລະການ​ພັດທະນາ​ຈະ​ເລີ​ນກ້າວໜ້າ​ໃນ​ພາກ​ພື້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ