ຜູ້​ລົງ​ທະ​ບຽນ​ໃຊ້ລົດ​ຖີບ​ສາ​ທາ​ລະ​ນະ​ຂອງ​ຈີນ​ມີຈຳ​ນວນ 200 ລ້ານ​ຄົນ
2018-02-08 10:42:38  cri 
ຕາມ​ຂ່າວCRI: ວັນ​ທີ 7 ກຸມ​ພາ​ນີ້, ທ່ານ ລີວ​ສຽວ​ມິງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຂົນ​ສົ່ງ​ແລະ​ຄົມ​ມະ​ນາ​ຄົມ​ຈີນ​ກ່າວ​ວ່າ: ປັດ​ຈຸ​ບັນ,ຢູ່​ຈີນ​ໄດ້​ມີ​ລົດ​ຖີບ​ສາ​ທາ​ລະ​ນະ 23 ລ້ານ​ຄັນ ສ່ວນ​ຈຳ​ນວນ​ຜູ້ລົ​ງ​ທະ​ບຽນ​ໃຊ້​ນັ້​ນ​ຢ່າງ​ໜ້ອຍ​​ມີ 200 ລ້ານ​ຄົນ. ທ່ານ​ກ່າວ​ຕື່ມ​ວ່າ: ຈີນ​ຈະ​​ອອກແຈ້ງ​ການສະ​ບັບ​ໃໝ່​ໃນ​ໄວໆ​ນີ້ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງ​ເງິນ​ມະ​ຈຳ​ລົດ​ຖີບ​ສາ​ທາ​ລະ​ນະ.

ລົດ​ຖີບ​ສາ​ທາ​ລະ​ນະ​ພວມ​ກາຍ​ເປັນ​ໜຶ່ງ​ໃນ​ວິ​ຖີ​ການ​​ເດີນ​ທາງ​ສີ​ຂຽວ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຫຼາຍ​ທີ່​ສຸດ​ຈາກ​ປະ​ຊາ​ຊົນ​ຈີນ,ແຕ່​ວ່າ​ໃນ​ຂະ​ນະ​ທີ່​ໃຊ້​ລົດ​ຖີບ,ການ​ເອົາ​ເງິນມະ​ຈຳ​ຄືນ​ແມ່ນຍາກ,​ການຈອດ​ລົດ​ທົ່ວ​ທີບ​ແລະ​ບັນ​ຫາ​ອື່ນໆ​ກໍ່​ໄດ້​ຖືກປະ​ຊາ​ຊົນ​ຕຳ​ນິ​ມາ​ໂດຍ​ຕະ​ຫຼອດ. ສຳ​ລັບ​ບັນ​ຫາ​ເງິນ​ມະ​ຈຳນັ້ນ,ທ່ານ ລີວ​ສຽວ​ມິງ ກ່າວ​ວ່າ: ກະ​ຊວງ​ຂົນ​ສົ່ງ​ແລະ​ຄົມ​ມະ​ນາ​ຄົມ​ຈີນ​ໄດ້​ຮ່ວມ​ກັບ​ທະ​ນາ​ຄານ​ປະ​ຊາ​ຊົນ​ຈີນ,ຄະ​ນະ​ກຳ​ມະ​ການ​ຕິດ​ຕາມກວດ​ກາ​​ຂະ​ແໜງ​ການທະ​ນາ​ຄານ​ແລະ​ພາກ​ສ່ວ​ນ​ອື່ນໆ​ດຳ​ເນີນ​ການ​ຄົ້ນ​ຄວ້າ​ກວດ​ກາ​ແລະ​ເກັບ​ກຳ​ຂໍ້​ມູນ​ຄວາມ​ເຫັນ​,ໄດ້​ວາງ​ນະ​ໂຍ​ບາຍ​ທີ່​ກ່ຽວ​ຂ້ອງ​ແລະ​ຄາດ​ວ່າຈະ​ອອກ​ແຈ້ງ​ການ​ໃໝ່​ໃນ​​ໄວໆ​​ນີ້,ຈຸດ​ປະ​ສົງ​ຕົ້ນ​ຕໍ​ຂອງ​ໃບ​ແຈ້ງ​ການ​ສະ​ບັບ​ດັ່ງ​ກ່າວ​ແມ່ນ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອ​ງ​ເງິນ​​ມະ​ຈຳ​ລົດ​ຖີບ​ສາ​ທາ​ລະ​ນະ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ