ງານ​​ໂອ​ແລມປິກ​ລະ​ດູ​ໜາວ​ຄັ້ງ​ທີ 23 ຈະ​ຈັດ​ຂຶ້ນ​ຢູ່​​​ພຽງ​ຊາງ ສ ​ເກົາຫຼີ​ໃນ​ວັນ​ທີ 9 ກຸ​ມພາ​ນີ້
2018-02-08 17:39:04  cri 
ງານ​​ໂອ​ແລມປິກ​ລະ​ດູ​ໜາວ​ຄັ້ງ​ທີ 23 ຈະ​ຈັດ​ຂຶ້ນ​ຢູ່​​ພຽງ​ຊາງ ສ ​ເກົາຫຼີ​ໃນ​ວັນ​ທີ 9 ກຸ​ມພາ​ນີ້​. ທ່ານ​ຫຼີ​ຮີປຶ​ມ ປະທານ​ຄະນະຈັດງານ​ໂອ​ແລມປິກ​ລະດູ​ໜາວ​ພຽງ​ຊາງ​ກ່າວ​ວ່າ: ວຽກ​ງານ​ກະກຽມ​ຕ່າງໆ​ຂອງ​ງານ​ໂອ​ແລມປິກ​ນີ້​ໄດ້​ສິ້ນ​ສຸດ​ລົງ, ປະ​ເທດ​ຕົນ​ຈະ​ພະຍາຍາມ​ຈັດງານ​ໂອ​ແລມປິກຄັ້ງ​ນີ້​ໃຫ້​ດີ​ທີ່​ສຸດ​.

ງານ​ໂອ​ແລມປິກ​ລະດູ​ໜາວ​ພຽງ​ຊາງ​ຈະ​​ໄຂ​ຂຶ້ນ​ຢູ່ສະໜາມ​ກິລາ​ໂອ​ແລມປິກ​ພຽງ​ຊາງນັບ​ແຕ່​ຕອນຄ່ຳ​ວັນ​ທີ 9 ກຸມພາ​ນີ້. ຄະນະ​ກຳມະການຈັດງານ​ຄັ້ງ​ນີ້​ແຈ້ງ​ໃຫ້​ຮູ້ວ່າ: ມາຮອດປັດຈຸບັນ​ນີ້, ມີ​ນັກ​ກິລາທັງ​ໝົດ 2925 ຄົນ​ຈາກ 92 ປະ​ເທດ​ຈະເຂົ້າ​ຮ່ວມ ​ແລະ​ມີ​​ເຈົ້າ​ໜ້າ​ທີ່​ພ້ອມ​ທັງ​ອາສາສະໝັກທັງ​ໝົດ 55684 ຄົນ ​ເຊິ່ງ​ເປັນ​ງານ​​ໂອ​ແລມປິກ​ທີ່ໃຫຍ່​ທີ່​ສຸດ. ຄະນະ​ຜູ້​ແທນ ​ແລະ​ນັກ​ກິລາ ສ ​ເກົາຫຼີ ​ແລະ ສປປ ​ເກົາຫຼີ​ຈະ​ຍົກ​​ທຸງ​ແຫຼມ​ເກົາຫຼີ​​ຮ່ວມ​ກັນ​ໃນ​ພິທີ​ເປີດ ​ເຊິ່ງຈະ​ສະ​ແດ​ງ​ເຖິງ​ຄວາມ​ມີ​ນ້ຳໃຈ​ແຫ່ງ​ສັນຕິພາບ​ຂອງ​ງານ​ໂອ​ແລມປິກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ