ຜູ້​ນຳ​ຈີນ-ຫວຽດ​ນາມ​ສົ່ງ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ເຊິ່ງ​ກັນ​ແລະ​ກັນ
2018-02-09 14:54:30  cri 
ວັນ​ທີ 8 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ ແລະ​ທ່ານ​ຫງວຽນ​ຟູ​ຈອງ ເລ​ຂາ​ທິ​ການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ໄດ້​ສົ່ງ​ຈົດ​ໝາຍ​ອວຍ​ພອນ​ປີ​ໃໝ່​ແກ່​ກັນ.

ເນື້ອ​ໃນ​ຈົດ​ໝາຍອວຍ​ພອນ​ປີ​ໃໝ່​ຂອງ​ທ່ານ​ສີ​ຈິ້ນ​ຜິງ​​​ມີ​ບາງ​ຕອນ​ຂຽນ​ວ່າ: ​ເນື່ອງ​ໃນ​ໂອ​ກາດ​ປີ​ໃໝ່ ເຊິ່ງ​ເປັນ​ບຸນ​ປະ​ເພ​ນີ​ສຳ​ຄັນ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ​ຈີນ-ຫວຽດ​ນາມ​ຈະ​ມາ​ເຖິງ, ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ພັກ​ກອມ​ມູ​ນິດ​ຈີນ​,ປະ​ຊາ​ຊົນ​ຈີນ​ແລະ​ໃນ​ນາມ​ສ່ວນ​ຕົວ ຂໍ​ຝາກ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ທີ່​ຈິງ​ໃຈ​ແລະ​ພອນ​ໄຊ​ອັນ​ປະ​ເສີດ​​ໄປ​ເຖິງ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່ ແລະ​ຜ່ານ​ຈາກ​ສະ​ຫາຍ​ສົ່ງ​ໄປ​ເຖິງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມແລະ​ປະ​ຊາ​ຊົນ​ຫວຽດ​ນາມ. ທ່ານ​ສີ​ຈິ້ນ​ຜິງ​ຢືນ​ຢັນ​ວ່າ: ​ການ​ນຳ​ຂັ້ນ​ສູງ​ຂອງສອງ​ພັກ​ສອງ​ລັດ​ໂດຍ​ສະ​ເພາະ​ຜູ້​ນຳ​ສູງ​ສຸດ​ໄດ້​ຮັກ​ສາ​ການ​ຕິດ​ຕໍ່​ພົວ​ພັນ​ເປັນ​ປະ​ຈຳ ເຊິ່ງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ໃນ​ການ​ນຳ​ພາ​ທາງ​ຍຸດ​ທະ​ສາດ​ຕໍ່​ການ​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ. ຂ້າ​ພະ​ເຈົ້າ​ຍິນ​ດີ​ຮັກ​ສາ​ການ​ແລກ​ປ່ຽນ​ຢ່າງ​ໃກ້​ຊິດ​ກັບ​ສະ​ຫາຍ​ເລ​ຂາ​ທິ​ການ​ໃຫຍ່​ເພື່ອ​ຮ່ວມ​ກັນ​ຊຸກ​ຍູ້​ສາຍ​ພົວ​ພັນ​ຈີນ-ຫວຽດ​ນາມ​ຂະ​ຫຍາຍ​ຕົວ​ຢ່າງ​ໜັກ​ແໜ້ນ​ແລະ​ພັດ​ທະ​ນາ​ກ້າວ​ຂຶ້ນ​ສູ່​ລະ​ດັບ​ໃໝ່.

​ສຳ​ລັບຈົດ​ໝາຍ​ຂອງ​ທ່ານ​ຫງວຽນ​ຟູ​ຈອງ​ໄດ້​ລະ​ບຸ​ວ່າ: ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່ປີ​ເປີກ​ເສັດ ທີ່​ເປັນ​ບຸນ​ປະ​ເພ​ນີ​ສຳ​ຄັນ​ຂອງ​ສອງ​ຊາດ​ຫວຽດ​ນາມ-ຈີນ​ຈະ​ມາ​ເຖິງ​ນີ້, ຂ້າ​ພະ​ເຈົ້າ​ຂໍ​ຕາງ​ໜ້າ​ພັກ​ແລະ​ປະ​ຊາ​ຊົນ​ຫວຽດ​ນາມ​ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ​ເຖິງ​ທ່ານ​ແລະ​ຜ່ານ​ຈາກ​ທ່ານ​ສົ່ງ​ໄປ​ເຖິງ​ພັກ​ແລະ​ປະ​ຊາ​ຊົນ​ຈີນ. ທ່ານ​ຫງວຽນ​ຟູ​ຈອງ​ຢືນ​ຢັນ​ວ່າ ປີ​ຜ່ານ​ມາ, ສາຍ​ພົວ​ພັນ​ຫວຽດ​ນາມ-ຈີນ​ໄດ້​ຮັກ​ສາ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ, ຜູ້​ນຳ​ສູງ​ສຸດ​ຂອງ​ສອງ​ພັກ​ສອງ​ລັດ​ໄດ້​ແລກ​ປ່ຽນ​ຢ້ຽມ​ຢາມ​ກັນ, ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ກໍ​ໄດ້​ຮັບ​ຜົນ​ສຳ​ເລັດ​ທີ່​ດີ. ສຳ​ລັບ​ປີ​ໃໝ່ 2018 ນີ້, ຫວັງ​ວ່າ​ສອງ​ຝ່າຍ​ຈະ​ສຸມ​ໃສ່​ການ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ການ​ເມືອງ​ໃຫ້​ໜັກ​ແໜ້ນ​ຂຶ້ນ​ຕື່ມ, ຍົກ​ສູງ​ລະ​ດັບ​ແລະ​ຄຸນ​ນະ​ພາບ​ການ​ຮ່ວມ​ມື​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ ແລະ​ສືບ​ຕໍ່​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ-ຈີນ​ຂະ​ຫຍາຍ​ຕົວ​ໄປ​ສູ່​ທິດ​ທາງ​ທີ່​ດີ​ຢ່າງ​ຕໍ່​ເນື່ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ