ຈີນ​ແ​ລະອາ​ຟຣິກາ​ຕອບ​ໂຕ້ສື່​ມວນ​ຊົນ​ປະ​ເທດຕາ​ເວັນ​ຕົກ
2018-02-09 11:05:19  cri 

ວັນ​ທີ 8 ກຸມພາ​ນີ້, ທ່ານ​ຫວາງ​ຢີ້ ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ແລະ ທ່ານ​ມູຊາ ຟາ​ກີ ປະທານ​ຄະນະ​ກຳມາ​ທິການ​ສະຫະພາບ​ອາ​ຟຣິກາ​ທີ່​ເດີນທາງ​ມາ​ຢ້ຽມຢາມ​ຈີນ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ສົນທະນາ​ຍຸດ​ທະ​ສາດ​ຄັ້ງທີ 7 ລະຫວ່າງ​ຈີນ-ອາ​ຟຣິກາ ​ຈາກ​ນັ້ນກໍ​ໄດ້​ຮ່ວມ​ກັນຖະ​ແຫຼງຂ່າວ ແລະມີ​ນັກ​ຂ່າວ​ຖາມ​​ເຖິງ​ເລື່ອງ​ກ່ຽວ​ກັບ​ສື່​ມວນ​ຊົນ​ປະ​ເທດ​ຕາ​ເວັນ​ຕົກ​ໄດ້​ປັ້ນຂ່າວ​ທີ່​ເອີ້ນ​ວ່າ "ຈີນ​ຕິດຕາມລັກ​ຟັງສະຫະພາບ​ອາ​ຟຣິກາ​ໂດຍ​ອາ​ໄສ​ການ​ຊ່ວຍ​ສ້າງສູນ​​ປະຊຸມສະຫະພາບ​ອາ​ຟຣິກາ", ທ່ານ​ຟາ​ກີ ​ແລະ ທ່ານ​ຫວາງ​ຢີ້ ກໍ​ໄດ້​ກ່າວຕອບ​ໂຕ້​ເລື່ອງ​ດັ່ງກ່າວ.

ທ່ານ​ຟາ​ກີ ກ່າວ​ວ່າ: ສູນ​ປະຊຸມ​ສຳນັກງານໃຫຍ່ສະຫະພາບອາຟຣິກາ ແມ່ນຈີນຊ່ວຍສ້າງດ້ວຍນ້ຳໃຈເອື້ອເຟື້ອເພື່ອແຜ່, ຂະນະທີ່ສື່ມວນຊົນບາງສຳນັກ​ໄດ້​ປັ້ນ​ແຕ່ງ​ຂ່າວ​ດັ່ງກ່າວ​ຂຶ້ນມາ​ກ່ອນ​ຈະ​ໄຂ​ກອງ​ປະຊຸມ​ສຸດ​ຍອດ​ສະຫະພາບ​ອາ​ຟຣິການັ້ນ ບໍ່​ແມ່ນ​ເລື່ອງ​ບັງ​ເອີນ​ຢ່າງ​ເດັດຂາດ ຫາກ​ເປັນ​ການ​ກະທຳ​ທີ່​ຕັ້ງ​ໃຈເພື່ອ​ປ່ອຍຂ່າວ​ທີ່​ບິດ​ເບືອນ​ຈາກ​ຄວາມ​ຈິງ​ແລະຍຸ​ແຫຍ່​ແບ່ງ​ແຍກ. ສະຫະພາບ​ອາ​ຟຣິກາ ​ເຫັນ​ວ່າ ຈີນ​ບໍ່​ເຄີຍ​ມີ​ແນວ​ຄິດ​ແບບ​ນີ້​ແລະ​ກໍ​ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່ຈະປະຕິບັດ​ການ​ແບບ​ນີ້. ການ​ພົວພັນ​ລະຫວ່າງອາ​ຟຣິກາ-ຈີນ​ໝັ້ນຄົງ​ຂະໜົງ​ແກ່ນ ​ແລະ​ໜ້າ​ທີ່​ຮ່ວມ​ຂອງ​ສອງ​ຝ່າຍ​ໃນ​ຕໍ່ໜ້າ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື, ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ສອງ​ຝ່າຍ. ສະນັ້ນ, ຄຳປ່າວ​ຂ່າວ​ຄື​ດັ່ງກ່າວ​ນີ້​ຈະ​ບໍ່ກະທົບເຖິງສາຍ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ຢ່າງ​ເດັດຂາດ ​ແລະ ບໍ່​ອາດ​ຈະ​ເຮັດ​ໃຫ້​ພວກ​ເຮົາ​ຄິດ​ໄປ​ທາງ​ອື່ນ​ໄດ້.

ທ່ານ​ຫວາງ​ຢີ້ ກ່າວ​ວ່າ: ການ​ພົວພັນ​ລະຫວ່າງ​ຈີນ-ອາ​ຟຣິກາ​ໄດ້​ທົດ​ສອບ​ຕໍ່​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່ຫຼວງຂອງ​ສະຖານະ​ການ​ສາກົນ​ມາ​ເປັນ​ເວລາ​ກວ່າ​ເຄິ່ງສະຕະວັດ ​ແລະ​ປັດຈຸບັນ​ໄດ້​ເຂົ້າສູ່​ໄລຍະ​ຄຳ​​ແລະ​ພັດທະນາ​ຢ່າງວ່ອງ​ໄວ​ແລ້ວ ​ແຕ່ມີ​ບາງ​ຄົນ, ບາງ​ອິດ​ທິກຳລັງ​ຕົນ​ເອງ​ບໍ່​ຍິນ​ດີ​ຊ່ວຍ​ເຫຼືອອາ​ຟຣິກາ ພັດ​ຍັງ​ມີ​ຄວາມ​ອິດສາ​ຕໍ່​ຜົນ​ການ​ຮ່ວມ​ມື​ຂອງ​ຈີນ​ແລະ​ອາ​ຟຣິກາ​ອີກ​ດ້ວຍ. ​ໃນ​ຕໍ່ໜ້າ​ແຫ່ງ​ກະ​ແສ​ປະຫວັດສາດ​ການ​ຮ່ວມ​ມື ​ແລະ ຜົນ​ງານຕ່າງໆ​ທີ່​​ສອງ​ຝ່າຍໄດ້​ຮັບນັ້ນ, ບໍ່​ວ່າ​ຄຳປ່າວ​ຂ່າວ​ຫຍັງ​ກໍຕາມ​ຈະບໍ່​ສາມາດ​ບັງ​ເກີດ​ຜົນ​ແຕ່​ຢ່າງ​ໃດ ​ແລະ ບໍ່​ວ່າການ​ຍຸ​ແຫຍ່​ແບ່ງ​ແຍກ​ໃນ​ຮູບ​ການ​ໃດໆ​ຂອງ​ພວກ​ເຂົາກໍ​ບໍ່​ສົມ​ຫວັງ​ຢ່າງ​ເດັດຂາດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ