ອະດີດ​ນາຍົກລັດຖະມົນຕີມາ​ເລ​ເຊຍ​ຖືກ​ປົດ​ຍົດ​ລາຊະວົງ
2018-02-09 11:08:33  cri 

ວັນ​ທີ 8 ກຸມພາ​ນີ້, ລາຊະວົງ​ເກ​ລັນ​ຕັນ ມາ​ເລ​ເຊຍ​ໄດ້​ປົດ​ຍົດ​ລາຊະວົງ​ "ອານ ຢູນູຊີ ດາ​ຈາ ​ເກຣາບັດ" ຂອງ​ທ່ານ​ເຊຣີ ມາ​ຮາ​​ເທຍ ບິນ ​ໂມ​ຮາ​ມັດ ອະດີດ​ນາຍົກລັດຖະມົນຕີມາ​ເລ​ເຊຍ ຢ່າງ​ເປັນ​ທາງ​ການ.

ຍົດ "ອານ ຢູນູຊີ ດາ​ຈາ ​ເກຣາບັດ" ​​ເປັນ​ຍົດ​ສູງ​ສຸດ​ຂອງ​ລາຊະວົງ​ເກ​ລັນ​ຕັນ ​ໂດຍ​ເລີ່​ມສ້າງຕັ້ງຂຶ້ນ​​ເມື່ອ​ປີ 1916. ຍົດ​ດັ່ງກ່າວ​ມີ​ຄວາມ​ຈຳກັດ ທັງ​ປະດັບ​ໃຫ້​ພຽງ​ແຕ່​ລາຊະ​ທາຍາດເທົ່າ​ນັ້ນ ​ແລະຫຼາຍສຸດ​ມີ​ພຽງ​ແຕ່ 25 ຄົນທີ່​ມີ​ຄຸນ​ວຸດ​ທິໄດ້​ຮັບ​ຍົດ​ດັ່ງກ່າວ. ຂະນະ​ທີ່​ທ່ານ ມາ​ຮາ​​ເທຍ ບິນ ​ໂມ​ຮາ​ມັດ ​ກໍ​ໄດ້​ຮັບຍົດ​ດັ່ງກ່າວ​ເມື່ອ​ເດືອນ​ເມສາ​ປີ 2002.
ທ່ານ​ມາ​ຮາ​​ເທຍ ​ເຄີຍ​ເປັນ​ນາຍົກລັດຖະມົນຕີມາ​ເລ​ເຊຍ​ເປັນ​ເວລາ 22 ປີ ​ແລະ​ເປັນ​ຜູ້ນຳ​ທີ່​ດຳລົງ​ຕຳ​ແໜ່​ງດັ່ງກ່າວ​ເປັນ​ເວລາ​ຍາວ​ທີ່​ສຸດ​ໃນ​ມາ​ເລ​ເຊຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ