ເປັນ​ຫຍັງ​ປະ​ຊາ​ຊົນ​ຈີນ​ມີ​ຄວາມ​ຮູ້​ສຶກ​ປອດ​ໄພ
2018-02-09 17:34:01  cri 
ຫວ່າງ​ມໍ່ໆ​ມາ​ນີ້, ລັດ​ຖະ​ບານ​ຈີນ​ໄດ້​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ຕໍ່​ຕ້ານ​ກຸ່ມ​ເຈົ້າ​ພໍ່​ຮອບ​ໃໝ່, ຕົ້ນ​ຕໍ​ແນ​ໃສ່​ອິດ​ທິ​ກຳ​ລັງ​ເຈົ້າ​ພໍ່​ທ້ອງ​ຖິ່ນ​ຊືມ​ເຂົ້າ​ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ແລະ​ປາ​ກົດ​ການ​ກຸ່ມ​ເຈົ້າ​ພໍ່​ກົດ​ຂີ່​ຂົ່ມ​ເຫັງ​ປະ​ຊາ​ຊົນ​.

ພັກ​ກອມ​ມູ​ນິດ​ຈີນ​ໃນ​ຖາ​ນະ​ເປັນ​ພັກ​​ກຳ​ອຳ​ນາດ, ໄດ້​ພະ​ຍາ​ຍາ​ມ​ສ້າງ​ສະ​ພາບ​ແວດ​ລ້ອມ​​ການດຳ​ລົງ​ຊີ​ວິດ​ທີ່ "ປະ​ຊາ​ຊົນ​ຢູ່​ດີ​ມີ​ແຮງ, ສັງ​ຄົມ​ສະ​ຫງົບ​ແລະ​ປົກ​ຄອງ​ບ້ານ​ເມືອງ​ໃຫ້​​ຢູ່​​ຊຸ່ມ​​ກິນເຢັນ​ເປັນ​ເວ​ລາ​ຍາວ​ນານ" ໃຫ້​ແກ່​ປະ​ຊາ​ຊົນ​ຈີນ​ຕະ​ຫຼອດ​ມາ. ເບິ່ງ​ຈາກ​ສະ​ພາບ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ແລ້ວ, ຢາກ​ສ້າງ​ສະ​ພາບ​ແວດ​ລ້ອມ​ດັ່ງ​ກ່າວ​ແມ່ນ​ທີ່​ເລື່ອງ​ບໍ່​ງ່າຍ​ປານ​ໃດ. ຍ້ອນ​ວ່າ​ໃນ​ດ້ານ​ໜຶ່ງ, ຈີນ​ມີເນື້ອ​ທີ່​ຢ່າງກວ້າງ​ຂວາງ, ມີ​ປະ​ຊາ​ກອນ​ຫຼາຍກວ່າ​ໝູ່​ໃນ​ໂລກ, ຄຽງ​ຄູ່​ກັບ​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ໃນ​ຫຼາຍ​ປີ​ມາ​ນີ້, ​ຂະ​ໜາດການ​ປັບ​ປຸງ​ຄືນ​ໃໝ່​ຂອງ​ໂຄງ​ປະ​ກອບ​ສັງ​ຄົມ​ແມ່ນ​ບໍ່​ເຄີຍ​ມີ​ມາ​ກ່ອນ. ອີກ​ດ້ານ​ໜຶ່ງ, ສະ​ພາບ​ການ​ຂອງ​ທົ່ວ​ໂລກ​ບໍ່​ໝັ້ນ​ທ່ຽງ, ສະ​ຖາ​ນະ​ການ​ອ້ອມ​ຂ້າງ​ບາງ​ປະ​ເທດ​ສັບ​ສົນ​ຫຼາຍ, ມີ​ປັດ​ໄຈ​ບໍ່​ໝັ້ນ​ທ່ຽງ​ຢ່າງ​ຫຼວງ​ຫຼາຍ, ໄດ້​ສ້າງ​ຄວາມ​ທ້າ​ທາຍ​ຕໍ່​ການ​ຄວບ​ຄຸມ​ສັງ​ຄົມ​ຂອງ​ຈີນ.

ຜົນ​ການ​ສຳ​ຫຼວດ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຄະ​ດີ​ອາ​ຊະ​ຍະ​ກຳ​ດ້ວຍ​ຄວາມ​ຮຸ​ນ​ແຮງ​ຂອງ​ຈີນ​ໃນ​ປີ 2017 ໄດ້​ຫຼຸດ​ລົງ 51,8% ທຽບ​ໃສ່​​ປີ 2012, ລະ​ດັບ​ຄວາມ​ພໍ​ໃຈ​ຂອງ​ປະ​ຊາ​ຊົນ​ຕໍ່​ຄວາມ​ໝັ້ນ​ຄົງ​ທາງ​ສັງ​ຄົມ​ຂຶ້ນ​ເປັນ 95,55%. ປະ​ຊາ​ຊົນ​ເຫັນ​ວ່າ​ຈີນ​ແມ່ນໜຶ່ງ​ໃນ​ປະ​ເທດ​ທີ່​ປອດ​ໄພ​ທີ່​ສຸດ​ໃນ​ໂລກ​ໄດ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ​ສັງ​ຄົມ​ມີ​ຄວາມ​ປອດ​ໄພ​ແລະ​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງວ່ອງ​ໄວ​ໄດ້​ກາຍ​ເປັນໂສມ​ໜ້າ​ຂອງ​ຈີນ​ທີ່​ສະ​ແດງ​ຕໍ່​ທົ່ວ​ໂລກ.

ສິ່ງ​ທີ່​ໜ້າ​ສົນ​ໃຈ​ກໍ​ຄື, ຜົນ​ງານ​ດັ່ງ​ກ່າວ​ແມ່ນ​ໄດ້​ຮັບ​ບົນ​ພື້ນ​ຖານ​ທີ່​ມີ​ຕົ້ນ​ທຶນ​ຕ່ຳ. ຕາມ​ຜົນ​ການ​ຄິດ​ໄລ່​ຫຼ້າ​ສຸດ​ຂອງ​ອົງ​ການ​ຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ໃນ​ປະ​ເທດ​ຕ່າງໆ​ຂອງ​ໂລກ​ສະ​ເລ່ຍ​ຕາມ​ຫົວ​ຄົນ​ແລ້ວ, ປະ​ຊາ​ກອນ​ແຕ່​ລະ 1 ແສນ​ຄົນ​ມີ​ຕຳ​ຫຼວດປະ​ມານ 300 ຄົນ. ແຕ່​​ສະ​ຖິ​ຕິ​ທີ່​ກ່ຽວ​ຂ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ, ປະ​ຊາ​ຊົນ​ຈີນ​ແຕ່​ລະ 1 ແສນ​ຄົນ​ມີ​ຕຳ​ຫຼວດ​ພຽງ​ແຕ່ 140 ຄົນ​ເທົ່າ​ນັ້ນ, ຕ່ຳ​ກວ່າ​ລະ​ດັບ​ສະ​ເລ່ຍ​ຂອງ​ໂລກ​ຢ່າງ​ຫຼວງ​ຫຼາຍ.

ຈີນ​ໃຊ້​ຕຳ​ຫຼວດ​ມາດ​ຕາ​ສ່ວນ​ຕ່ຳ​ຊ່ຳ​ນີ້​ບັນ​ລຸ​ການ​ຄຸ້ມ​ຄອງ​ຄວາມ​ໝັ້ນ​ຄົງ​ທາງ​ສັງ​ຄົມ​ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ​ແມ່ນ​ຍ້ອນ​ຫຍັງ?

ການ​ຄຸ້ມ​ຄອງ​​ສັງ​ຄົມ​ຂອງ​ຈີນ​ບໍ່​ແມ່ນ​ໄດ້​ບັນ​ລຸ​ຜົນ​ເປັນ​ຈິງ​ໂດຍ​ອາ​ໄສ​ແຕ່​ການ​ເພີ່ມ​ທະ​ວີ​ແລະ​ຍົກ​ລະ​ດັບ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ເທົ່າ​ນັ້ນ,ແຕ່ໄດ້​ບັນ​ລຸ​ຜົນໂດຍ​ຜ່ານ​ການ​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ມີຈຸດ​ພິ​ເສດ​ແລະ​ທ່າ​ແຮງ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຢ່າງ​ເຕັມ​ສ່ວນ ບົນ​ພື້ນ​ຖານ​ສະ​ພາບ​ຕົວ​ຈິງ​ຂອງ​ປະ​ເທດ​ຕົນ. ໂດຍ​ສະ​ເພາະ​ແມ່ນ​ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ຄັ້ງ​ທີ 18 ເປັນ​ຕົ້ນ​ມາ, ຈີນ​ໄດ້​ໃຊ້ການ​ເຄື່ອນ​ໄຫວ​ຕ່າງໆ​ເຊັ່ນ: ລົບ​ລ້າງ​ສັງ​ຄົມມືດແລະ​ກຳ​ຈັດ​ຄວາມ​ຮຸນ​ແຮງ,ຄວບ​ຄຸມ​ແລະ​ຄຸ້ມ​ຄອງ​​ລະ​ເບີດ​ແລະ​ຍຶດປືນ,ປາບ​ປາມ​ຢາ​ເສບ​ຕິດ,ສິ່ງ​ລາ​ມົກ​ອະ​ນາ​ຈານ​ແລະ​ອື່ນໆ,ໄດ້​ສະ​ກັດ​ກັ້ນ​ສະ​ພາບ​ການ​ກໍ່​ອາ​ຊະ​ຍາ​ກຳ​ຢ່າງ​ມີ​ປະ​ສິດ​ທິ​ຜົນ,ເພີ່ມ​ທະ​ວີ​ຄວາມ​ຮູ້​ສຶກ​ຂອງ​ປະ​ຊາ​ຊົນ​ຕໍ່​ການ​ໄດ້​ຮັບຄວາມ​ຍຸດ​ຕິ​ທຳ​ແລະ​ຄວາມ​ຊອບ​ທຳ,ຮັບ​ປະ​ກັນ​ໃຫ້​ສັງ​ຄົມ​ມີ​ຄວາມ​ສະ​ຫງົບ​ຢ່າງ​ຕໍ່​ເນື່ອງ​ແລະ​ໝັ້ນ​ຄົງ.

ໃນ​ດ້ານ​ຮູບ​ແບບ​ການ​ຄຸ້ມ​ຄອງ​ທີ່​ລະ​ອຽດ,ພັກ​ກອມ​ມູ​ນິດ​ຈີນ​ເຊື່ອ​ໝັ້ນ​ວ່າ "​ການເດີນ​ຕາມ​ເສັ້ນ​ທາງມວນ​ຊົນ" ແມ່ນ​ວິ​ທີ​ທີ່​ດີ​ທີ່​ສຸດ,ໄດ້​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ທີ່​ອົງ​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງ​ປະ​ຊາ​ຊົນ​ທີ່​ປະ​ຕິ​ບັດ​ໜ້າ​ທີ່​ຕຳ​ຫຼວດ​ຕ້ອງ​ຖື "ເສັ້ນ​ທາງ​ໂດຍ​ພື້ນ​ຖານ​ແມ່ນ​ເສັ້ນ​ທາງ​ມວນຊົນ" ແລະ "ທິດ​ທາງ​ໂດຍ​ພື້ນ​ຖານ​ແມ່ນ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ທີ່​ນຳ​ໂດຍ​ຄະ​ນະ​ພັກ​ປະ​ສົ​ມ​ປະ​ສານກັນ​ກັບ​ທົ່ວ​ປວງ​ຊົນ" ເປັນ​ຫຼັກ​ການ​ວຽກ​ງານ. ໃນ​ປີ 1952, ລັດ​ຖະ​ບານ​ຈີນ​ກໍ່​ໄດ້​ວາງ​ກົດ​ລະ​ບຽບ​ທີ່​ກ່ຽວ​ຂ້ອງ,ເພື່ອຮັບ​ປະ​ກັນ​ໃຫ້​​ອຳ​ນາດ​ການ​ປົກ​ຄອງແລະ​ອົງ​ການ​ຮັ​ກ​ສາ​ຄວາມ​ສະ​ຫງົບ​​ຂັ້ນ​ຕ່າງໆປະ​ຕິ​ບັດ​ໜ້າ​ທີ່​ຄຸ້ມ​ຄອງ​ຄວາມ​ສະ​ຫງົບ​ທາງ​ສັງ​ຄົມ​ຕ່າງໆເຊັ່ນ:ການ​ປ້ອງ​ກັນ​ແລະ​ໂຈມ​ຕີ​ການ​ກະ​ທຳ​ກໍ່​ອາ​ຊະ​ຍາ​ກຳ​ເປັນ​ຕົ້ນໂດຍ​ຜ່ານ​ການ​ຊ່ວຍ​ເຫຼືອ​ຈາກ​ປະ​ຊາ​ຊົນ​ຂັ້​ນ​ທ້ອງ​ຖິ່ນ​. ເຊິ່ງ​ໄວ​ເກືອບ 30 ປີກວ່າ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ໄດ້​ສະ​ເໜີ "ວຽກ​ງານ​ຕຳ​ຫຼວດ​ຫັນ​ເປັນ​ແບບ​ສັງ​ຄົມ" ແລະ "ວຽກ​ງານ​ຕຳ​ຫຼວດ​ຢູ່​ເຂດ​ຊຸມ​ຊົນ" ແລະ​ທັດ​ສະ​ນະ​ຄະ​ຕິ​ອື່ນໆ​ໃນ​ທ້າຍ​ຊຸມ​ປີ 1970 ແລະ​ຕົ້ນ​ຊຸມ​ປີ 1980.

ຄຽງ​ຄູ່​ກັບ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍນອກ​ຂອງ​ຈີນ​ເປັນ​ຕົ້ນ​ມາ, ອົງ​ປະ​ກອບ​ສັງ​ຄົມ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ໃຫຍ່​ຫຼວງ,ການ​ເຄື່ອນ​ຍ້າຍຂອງ​ປະ​ຊາ​ກອນ​ນັບ​ມື້​ນັບ​ເພີ່ມ​ຫຼາຍ​ຂຶ້ນ,ຄວາມ​ຂັດ​ແຍ້ງ​ກັນ​ທາງ​ສັງ​ຄົມ​ກໍ່ມີ​​ຄວາມ​ສັບ​ສົນຢ່າງ​ຫຼວງ​ຫຼາຍ​. ແນ​ໃສ່​ການ​ປ່ຽນ​ແປງ​ໃໝ່​ແບບ​ນີ້, ພັກ​ກອມ​ມູ​ນິດ​ຈີນ​ໄດ້​ສະ​ເໜີ​ທັດ​ສະ​ນະ​ຄະ​ຕິ​ທີ່ "​ຄຸ້ມ​ຄອງຄວາມ​ສະ​ຫງົບທາງ​ສັງ​ຄົມ​ໂດຍ​ລວມ" ​​ຢ່າງ​ມີ​ຫົວ​ຄິດປະ​ດິດ​ສ້າງ ບົນ​ພື້ນ​ຖານ​ການຖອດ​ຖອນ​ບົດ​ຮຽນ​ທາງ​ດ້ານ​ປະ​ຫວັດ​ສາດ​ແລະ​ຖອດ​ຖອນ​ບົດ​ຮຽນ​ທິດ​ສະ​ດີ​ດ້ານ​ການ​ຄຸ້ມ​ຄອງ​ສັງ​ຄົ​ມ​ຍຸກ​ປັດ​ຈຸ​ບັນ​ຂອງ​​ຕາ​ເວັນ​ຕົກ,ແລະ​ໄດ້​ປັບ​ປຸ​ງ​ໃຫ້​ດີ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ,ຈຶ່ງ​ໄດ້​ພັດ​ທະ​ນາ​ແລະ​ກາຍ​ເປັນ​ທິດ​ທາງຄື: "ການ​ປ້ອງ​ກັນ​ແລະ​​ໂຈມ​ຕີ​ປະ​ສານ​ສົມ​ທົບ​ກັນ,ກາ​ນ​ປ້ອງ​ກັນ​ເປັນ​ຫຼັກ,ນັກ​ວິ​ຊາ​ການປະ​ສານ​ສົມ​ທົບ​ກັບ​ມວນ​ຊົນ ແລະ ອາ​ໄ​ສມວນຊົນ",ຈຶ່ງ​ໄດ້​ບັນ​ລຸ​ການ​ປ້ອງ​ກັນ​ແລະ​ຄຸ້ມ​ຄອງ​ການ​ກະ​​ທຳ​ທີ່​ລະ​ເມີດ​ກົດ​ໝາຍ​ແລະ​ກໍ່​ອາ​ຊະ​ຍາ​ກຳ​ໂດຍ​ພື້ນ​ຖານ,ແກ້​ໄຂ​ປັດ​ໄຈ​ທີ່​ສ້າງ​ຄວາມ​ບໍ່​ສະ​ຫງົບ,ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ​ທາງ​ສັງ​ຄົມ​ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງຢ່າງ​ຕໍ່​ເນື່ອງ​.

ພັກ​ກອມ​ມູ​ນິດ​ຈີນ​ໄດ້​ອາ​ໄສ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ,ບັນ​ລຸ​ການ​ຄຸ້ມ​ຄອງ​ໂດຍ​ລັດ​ຖະ​ບານ,ການ​ປັບ​ປຸງ​ສະ​ພາບ​ໃຫ້​ດີ​ຂຶ້ນ​ຜ່ານ​ທາງ​ສັງ​ຄົມ ແລະ ການ​ຄຸ້ມ​ຄອງໂດຍປະ​ຊາ​ຊົນເອງ, ສະ​ນັ້ນ​ຜ່ານ​ການ​ໃຊ້ຕຳ​ຫຼວດ​ທີ່​ມີ​ມາດ​ຕາ​ສ່ວນ​ຕ່ຳ​ຊ່ຳ​ນີ້ ໄດ້ເຮັດ​ໃຫ້​ຈີນ​ຢູ່​ໃນ​ແຖວ​ໜ້າ​ຂອງ​ປະ​ເທດ​ທີ່​ມີ​ອັດ​ຕາ​ສ່ວນ​ການ​ກໍ່​ອາ​ຊະ​ຍາ​ກຳ​ຕ່ຳ. ຮູບ​ແບບ​ການ​ຄຸ້ມ​ຄອງ​ໂດຍ​ລວມ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ​ທາງ​ສັງ​ຄົມ​ດ້ວຍ​ການ​ລົງ​ທຶນ​ຕ່ຳ​ແລະ​ມີ​ຄວາມ​ໝັ້ນ​ຄົງ​ສູງແບບນີ້ ບໍ່​ພຽງ​ແຕ່​ໄດ້​ສະ​ໜອງ​ບົດ​ຮຽນ​ທີ່​ສຳ​ເລັດ​ຜົນ​ໃຫ້​ແກ່​ປະ​ເທດ​ອື່ນໆ​ຢູ່​ໃນ​ໂລກ​ເທົ່າ​ນັ້ນ,ແຕ່​ຍັງ​ໄດ້​ປະ​ກອບ​ສ່ວນ​ທີ່​ສຳ​ຄັນ​ຕໍ່​ການ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ໂລກອີກ​ດ້ວຍ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ