ຜູ້ນຳຕວກກີ, ຣັດ​ເຊຍ ​ແລະ​ອີຣານຈະ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ຊີຣີຢູ່ອິສຕັນ​ບູນ
2018-02-09 17:33:30  cri 
ວັນ​ທີ 8 ກຸມ​ພາ​ນີ້, ທ່ານ​ເອ​ໂດ​ກັນ ປະທານາທິບໍດີ​ຕວກກີ​ໄດ້​ໂທລະ​ສັບລົມ​ກັບ​ທ່ານວາລະ​ດີ​ເມຍ ​ປູ​ຕິນ ປະທານາທິບໍດີຣັດ​ເຊຍ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ຈັດການ​ເຈລະຈາ​ລະຫວ່າງ​ຜູ້ນຳ​ຕວກກີ, ຣັດ​ເຊຍ ​ແລະ​ອີຣານກ່ຽວ​ກັບ​ບັນຫາ​ຊີຣີຢູ່​ອິສຕັນບູນ.

ສຳນັກ​ຂ່າວສານ​ອານາໂດ​ລູຕວກກີລາ​ຍງານ​ວ່າ: ທ່ານ​ເອ​ໂດ​ກັນ ​ແລະ​ທ່ານປູ​ຕິນ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບສະພາບ​ການ​ຢູ່ຊີຣີ ​ແລະທ່າ​ອ່ຽງການ​ພັດທະນາ​ຂອງເຂດ​ອິດ​ລິບ ​ແລະ​ອະ​ຟຣິນ, ​ແລກປ່ຽນ​ຄຳ​ຄິດ​ເຫັນ​ທາງ​ດ້ານ​ຂະ​ບວນການ​ເຈລະຈາ​ໂດຍ​ສັນຕິ​ອັສທາ​ນາ​ກ່ຽວ​ກັບບັນຫາ​ຊີຣີ. ສອງ​ຝ່າຍ​ເຫັນ​ດີ​ເລັ່ງ​ສ້າງສູນ​ສັງ​ເກດການ​ໃໝ່​ຢູ່​ແຂວງ​ອິດ​ລິບ​ທີ່​ຫຼຸດ​ລະດັບ​ການ​ປະ​ທະ​ກັນ ​ແລະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານມະນຸດສະທຳ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ