​ໂຄງການທາງ​ລົດ​ໄຟ​ຄວາມ​ໄວ​ສູງມ​າ​ເລ​ເຊຍ-ສິງກະ​ໂປ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນ​ມາ​ເລ​ເຊຍ
2018-02-09 17:34:46  cri 
ວັນ​ທີ 8 ກຸ​ມພາ​ນີ້, ບໍລິສັດ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ມາ​ເລ​ເຊຍ​ໄດ້​​ເປີດ​ເຜີຍຜົນ​ການສຳ​ຫຼວດປະຊາຊົນ​ຕໍ່​ການ​ກໍ່ສ້າງ​ທາ​ງລົດ​ໄຟ​ຄວາມ​ໄວ​ສູງ​ມາ​ເລ​ເຊຍ-ສິງກະ​ໂປ, ​ໃນ​ນີ້ມີ 95% ສະໜັບສະ​ໜູນ​ໂຄງການດັ່ງກ່າວ.
ບໍລິສັດ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ມາ​ເລ​ເຊຍ​ອອກ​ຖະ​ແຫຼ​ງການ​ວ່າ: ການສຳ​ຫຼວດຄັ້ງນີ້​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ປະຊາຊົນ​ຫຼາຍ​ກວ່າ 3 ໝື່ນ 5 ພັນ​ຄົນ. ​ໃນ​ໄລຍະ​ການ​ສຳ​ຫຼວດ, ບໍລິສັດ​ຕົນ​ໄດ້ຕັ້ງ​ຮ້ານ​ວາງສະ​ແດງຫຼາຍ​ກວ່າ 130 ​ແຫ່ງ​​ຢູ່​ເຂດ​ທີ່​ມີ​ປະຊາຊົນຈຳນວນ​ຫຼາຍອາ​ໄສ​ຢູ່​ໃກ້​ເຂດ​ກໍ່ສ້າງ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ ​ເຊິ່ງ​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ຂ່າວສານ​ຕ່າງໆ​ເຊັ່ນ: ​ເສັ້ນ​ທາງ​ລົດ​ໄຟ​ຄວາມ​ໄວ​ສູງ​ມາ​ເລ​ເຊຍ-ສິງ​ກະ​ໂປ, ການ​ອອກ​ແບບ​ຂອງ 7 ສະຖານີ​ພາຍ​ໃນ​ມາ​ເລ​​ເຊຍ, ​ແຜນການ​​​ເວນ​ຄືນ​ທີ່​ດິນ, ຂໍ້​ມູນ​ເຕັກນິກ​ທາງ​ລົດ​ໄຟ ​ແລະ​ອື່ນໆ. ຕາມຜົນ​ການ​ສຳ​ຫຼວດ, ປະ​ຊາຊົນ​ມີ​ຄວາມ​ສົນ​ໃຈ​ຕໍ່ຄວາມ​ສະດວກ​, ຜົນ​ປະ​ໂຫຍ​ດການ​ພັດທະນາ​ເສດຖະກິດທີ່​ແຝງ​ຊ້ອນ​ຢູ່, ຂັ້ນ​ຕອນການ​ເວນ​ຄືນ​ທີ່​ດິນ ​ແລະ​ມາດ​ຕະການ​ຫຼຸດຜ່ອນ​ຜົນ​ກະທົບ​ຕໍ່​ສິ່ງ​​ແວດ​ລ້ອມ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ